ອົງການອະນາໄມໂລກລະບຸອາການ “ເມື່ອຍ” ເປັນພະຍາດ

ໃນທີ່ປະຊຸມສະມັດຊາໃຫຍ່ອະນາໄມໂລກທີ່ນະຄອນເຈນິວາ ປະເທດສະວິດເຊີແລນເມື່ອວັນທີ 27 ພຶດສະພາຜ່ານມາໃຫ້ຮູ້ວ່າ ອົງການອະນາໄມໂລກ (WHO) ໄດ້ລະບຸອາການອິດເໝື່ອຍ (burn-out) ຈາກຄວາມຄຽດຊຳເຮື້ອໃນການເຮັດວຽກເພີ່ມເຂົ້າໃນບັນ ຊີຈຳແນກປະເພດພະຍາດນາໆຊາດ (ICD) ຂອງ WHO ເປັນຄັ້ງທຳອິດ.

ທັງນີ້ ອາການດັ່ງກ່າວຈະຖືກໃຊ້ເປັນເກນໃນການບົ່ງມະຕິພະຍາດ ແລະ ການປະກັນສຸຂະພາບໃນວົງກວ້າງຕໍ່ໄປ ຫຼັງຈາກທີ່ມີການໂຕ້ຖຽງກັນມາດົນພໍສົມຄວນວ່າ ສົມຄວນລະບຸໃຫ້ເປັນອາການທາງການແພດ ຫຼື ບໍ່? ຊຶ່ງເມື່ອບໍ່ດົນມານີ້ WHO ກໍໄດ້ລະບຸອາ ການຕິດເກມເປັນພະຍາດຊະນິດມາແລ້ວ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ