ອົງການກວດກາລັດຖະບານໄດ້ດໍາເນີນ 2 ວິທີແກ້ໄຂຕໍ່ການຈັດຕັ້ງ ແລະ ຜູ້ກະທໍາຜິດ

ສຳນັກຂ່າວສານປະເທດລາວ ລາຍງານວ່າ ສະມາຊິກສະພາແຫ່ງຊາດ (ສສຊ) ຫຼາຍເຂດເລືອກຕັ້ງ ສົນໃຈບັນຫາການແກ້ໄຂຜົນຂອງການກວດກາ ຕາມຜົນຂອງການກວດສອບຂອງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເປັນຮູບປະທໍາໄດ້ມີມາດຕະການແນວໃດ, ຫຼັງຈາກເຫັນວ່າ ຂອດແກ້ໄຂໄລຍະຜ່ານມາຍັງບໍ່ທັນເດັດຂາດເຂັ້ມງວດ, ເຊິ່ງສ່ວນຫຼາຍມີແຕ່ການເກັບກູ້ຜົນເສຍຫາຍເກັບຄືນໃຫ້ລັດ ແຕ່ການແກ້ໄຂຕໍ່ການຈັດຕັ້ງ ແລະ ບຸກຄົນທີ່ລະເມີດບໍ່ໄດ້ຮັບການແກ້ໄຂຕາມກົດໝາຍ.

ທ່ານ ບຸນທອງ ຈິດມະນີ ກ່າວວ່າ: ການກວດກາຕາມຜົນຂອງການກວດສອບນັ້ນ ເປັນວຽກງານທີ່ມີຄວາມສັບສົນຫຍຸ້ງຍາກ ແລະ ຕ້ອງໃຊ້ເວລາໃນການສືບສວນ ຫຼື ຊອກຫາຂໍ້ມູນຫຼັກຖານ, ເຊິ່ງໃນໄລຍະຜ່ານມາ, ອົງການກວດກາລັດຖະບານ ໄດ້ເອົາໃຈໃສ່ກວດກາເປົ້າໝາຍຕາມຜົນກວດສອບຢ່າງເຂັ້ມງວດ, ສ່ວນການປະຕິບັດນັ້ນ ແມ່ນໄດ້ດໍາເນີນໄປໃນ 2 ວິທີ ຄື: ໄດ້ຮ່ວມກັບອົງການກ່ຽວຂ້ອງລົງເກັບກູ້ຄືນໂດຍກົງໃນພູດທີ່ພົບເຫັນ, ສ່ວນໜີ້ສີນຕ່າງໆ ແລະ ມູນຄ່າໂຄງການ ທີ່ອົງການຈັດຕັ້ງ ຫຼື ບໍລິສັດທີ່ລະເມີດ ຫຼື ສ້າງຄວາມເສຍຫາຍນັ້ນ ແມ່ນໄດ້ມອບໃຫ້ກະຊວງແຜນການ ແລະ ກະຊວງການເງິນຫັກລົບ ຫຼື ລົບລ້າງອອກຈາກບັນຊີໂຄງການ ແລະ ວິທີສອງ ແມ່ນເມື່ອກວດກາສໍາເລັດແລ້ວ ມອບໃຫ້ອົງການກ່ຽວຂ້ອງ ເປັນຜູ້ແກ້ໄຂຕາມກົດໝາຍ ຕ້ານການສໍ້ລາດບັງຫລວງ ແລະ ກົດໝາຍການກວດກາລັດ, ເຊິ່ງຜ່ານມາກໍມີບາງອົງການ ແລະ ພະນັກງານຈໍານວນໜຶ່ງ ລະເມີດລະບຽບແຜນ ການ-ແຜນງົບປະ ມານ ແລະ ຈໍານວນໜຶ່ງຖືກດໍາເນີນລະບຽບວິໄນ ນັບແຕ່ຂັ້ນສຶກສາອົບຮົບ, ກ່າວເຕືອນໄປຈົນຮອດດໍາເນີນຄະດີທາງອາຍາ.

ຮຽບຮຽງຂ່າວ: ພຸດສະດີ

2 COMMENTS

  1. องค์การกวดกาหรือตรวจสอบของพวกท่านมันก็ไม่ต่างอะไร?กับคนในครอบครัวพ่อมันเป็นคนทำแล้วให้ลูกมันไปตรวจสอบพ่อมันแล้วลูกมันเห็นๆอยู่รู้ๆอยู่ว่าพ่อมันทำอะไร?แล้วคนในครอบครัวเขาก็คุยกันท้ายสุดจับไม่ได้เลยสักคนพวกที่พฤจริตคอรัปชันตัวพ่อที่เป็น Big Big แล้วก็ไปจับเอาแค่หนูชิงและหนูนามาพอแก้หน้าว่าองค์การตรวจสอบพรรครัฐเข็มแข็งเอาจริงเอาจัง ขอบอกให้เอาบุญนะตรวจสอบบรรกรมการเมืองก่อนอื่นหมด เลขาพรรค สมาชิกพรรคตามลำดับ รู้ๆอยู่ว่าลวยมาจากใส? ถ้าพวกท่านทำได้เหนือน สีจิ้นผิงทำ ประเทศลาวถึงจะปลอดจากการคอร์รัปชัน

  2. องค์การกวดกาหรือตรวจสอบของพวกท่านมันก็ไม่ต่างอะไร?กับคนในครอบครัวพ่อมันเป็นคนทำแล้วให้ลูกมันไปตรวจสอบพ่อมันแล้วลูกมันเห็นๆอยู่รู้ๆอยู่ว่าพ่อมันทำอะไร?แล้วคนในครอบครัวเขาก็คุยกันท้ายสุดจับไม่ได้เลยสักคนพวกที่พฤจริตคอรัปชันตัวพ่อที่เป็น Big Big แล้วก็ไปจับเอาแค่หนูชิงและหนูนามาพอแก้หน้าว่าองค์การตรวจสอบพรรครัฐเข็มแข็งเอาจริงเอาจัง ขอบอกให้เอาบุญนะตรวจสอบบรรกรมการเมืองก่อนอื่นหมด เลขาพรรค สมาชิกพรรคตามลำดับ รู้ๆอยู่ว่าลวยมาจากใส? ถ้าพวกท่านทำได้เหนือน สีจิ้นผิงทำ ประเทศลาวถึงจะปลอดจากการคอร์รัปชัน

Comments are closed.