ອຸຣຸໄກວ ເປັນປະເທດທຳອິດຂອງໂລກທີ່ອະນຸຍາດໃຫ້ຂາຍກັນຊາຢ່າງຖືກກົດໝາຍ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມອນເຕວິເດໂອ ປະເທດ ອຸຣຸໄກວ ວ່າ ຮ້ານຂາຍຢາ 16 ແຫ່ງທຳອິດທີ່ໄດ້ຮັບໃບອະນຸຍາດຈຳໜ່າຍກັນຊາຈາກລັດຖະບານ ເລີ່ມການຈຳໜ່າຍກັນຊາໃຫ້ແກ່ຜູ່ບໍລິໂພກໂດຍກົງ ເມື່ອວັນພຸດທີ່ຜ່ານມາ ຫຼັງກົດໝາຍໄດ້ຮັບການລົງມະຕິຕົກລົງຂອງລັດຖະບານເມື່ອປີ 2013 ເຊິ່ງມີຜົນບັງຄັບໃຊ້ຢ່າງເປັນທາງການເມື່ອວັນທີ 19 ກໍລະກົດ 2017 ທີ່ຜ່ານມາ ຖືເປັນປະເທດທຳອິດຂອງໂລກທີ່ອະນຸຍາດໃຫ້ມີການຊື້ຂາຍກັນຊາ ພາຍໃຕ້ການຄຸ້ມຄອງຂອງລັດ

ທັງນີ້ພົນລະເມືອງຂອງ ອຸຣຸໄກວທີ່ສາມາດຊື້ກັນຊາໄດ້ຕ້ອງມີອາຍຸບໍ່ຕ່ຳກວ່າ 18 ປີ ແລະ ຕ້ອງລົງທະບຽນເພື່ອຢືນ ຢັນຕົວເອງຢ່າງລະອຽດພ້ອມປະທັບຮອຍນິ້ວມື ຜູ່ບໍລິໂພກສາມາດຊື້ກັນຊາທີ່ມີໃຫ້ເລືອກ 2 ປະເພດຄື: “ແອລຟາວັນ” ແລະ “ເບຕ້າ ວັນ” ສູງສຸດບໍ່ເກີນ 10 ກຣາມຕໍ່ອາທິດ ສ່ວນລາຄາຈຳໜ່າຍກັນຊາໃຫ້ເປັນຕາມມາດຕະຖານດຽວກັນຕາມຂໍ້ກຳນົດຂອງລັດຖະບານຄື 1 ຊຸດມີ 5 ກຣາມ ລາຄາ 187 ເປໂຊອຸຣຸໄກວ ຫຼື 57,000 ກີບ