ອຸບັດຕິເຫດ ດິນເຈື່ອນໄຫຼທັບ ປະຊາຊົນບາດເຈັບໜັກ

0
535

ອີງຕາມ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ແຂວງວຽງຈັນ ເມືອງວັງວຽງ ລາຍງານ ໃນເວລາ 14:22 ໂມງ ຂອງວັນທີ 28 ມີນາ 2023 ຜ່ານມານີ້ວ່າ: ເຈົ້າໜ້າທີ່ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 0305551623 ວ່າ ມີເຫດຫີນເຈື່ອນໄຫຼທັບຄົນທີ່ບ້ານນາຄູນ ເມືອງວັງວຽງ ແຂວງວຽງຈັນ.
ໜ່ວຍກູ້ໄພມູນນິທິ 1623 ຈຶ່ງໄດ້ອອກກວດສອບພົບເຫັນຜູ້ບາດເຈັບ 1 ຄົນ.

ຂໍ້ມູນຜູ້ບາດເຈັບແມ່ນ ເພດຊາຍ ອາຍຸ 53 ປີ ສັນຊາດຈີນ ອາການແມ່ນມີບາດເປີດໃຫ່ຍຂາເບື້ອງຂວາ ແລະ ຄໍ້ຕີນແຕກເບື້ອງຊ້າຍ ແລະ ມີບາດແຜຕາມຕົນໂຕ(ມີສະຕິດີ) ຈາກນັ້ນເຈົ້າໜ້າທີ່ຈຶ່ງທຳການພະຍາບານ ເບື້ອງຕົ້ນ ແລ້ວນຳໂຕສົ່ງໂຮງໝໍ.