ອຸບັດຕິເຫດລົດພ່ວງ ເສຍຫຼັກປີ້ນລົງຂ້າງທາງ ເສຍຊີວິດ 1 ຄົນ

0
1320

ໃນວັນທີ 11 ພຶດສະພາ 2023 ເວລາ 05:24 ນາທີ ທາງກູ້ໄພໄດ້ຮັບແຈ້ງວ່າ ມີີອຸບັດເຫດຂັບຂີ່ລົດພ່ວງເສຍຫຼັກປີ້ນລົງຂ້າງທາງ ຢູ່ດອຍທ່າຟ້າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ຕາມການລາຍງານຂອງເຈົ້າໜ້າທີ່ລົງກວດສອບ ພົບຜູ້ເສຍຊີວິດ 01 ຄົນ, ຊື່ ທ້າວ ຊິວຫຸງ ສັນຊາດຈີນ ອາຍຸ 63 ປີ
ມີບາດແຜ: ຫົວແຕກ, ໜ້າບວມຊໍ້າ, ຫູຈີກ, ກະທົບເອິກ, ກົກຂາຂວາຊໍ້າ, ມືຈີກ, ຂາເບື້ອງຊ້າຍຫັກເປີດ, ຕາມຕົນໂຕມີຮອຍຊໍ້າ.

ຫຼັງຈາກນັ້ນກູ້ໄພອົງການກາແດງລາວແຂວງບໍ່ແກ້ວ ຈຶ່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດ ແລະ ໄດ້ນຳສົົ່ງຜູ້ເສຍຊີວິດມາທີ່ໂຮງເຢັນຂອງໂຮງໝໍແຂວງບໍ່ແກ້ວເພື່ອລໍຖ້າຍາດພີ່ນ້ອງນຳເອົາສົບຜູ້ກ່ຽວໄປທຳພິທີທາງສາສະໜາ.
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ.