ອຸຕຸເຕືອນ! ໄລຍະວັນທີ 1-24 ພຶດສະພານີ້ ຈະເກີດພາຍຸລະດູຮ້ອນ

Weather Forecast
Weather Forecast

ອີງຕາມ ບົດລາຍງານສະພາບອາກາດ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດໃນໄລຍະວັນທີ 18 ຫາ 20 ພຶດສະພາ 2020 ວ່າ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຍັງຈະມີກໍາລັງປານກາງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ທີ່ຈະເພີ່ມກໍາລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນເອົ້າຂຶ້ນຕື່ມ ແລະ ຈະເກີດມີພາຍຸໝຸນເຂດຮ້ອນ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກຫນັກ, ຟ້າຜ່າ ແລະ ຫມາກເຫັບຕົກພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ລົງຫາພາກກາງ ແລະ ພາກໃຕ້.

ຈາກນັ້ນ, ວັນທີ 21 ຫາ 24 ພຶດສະພາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຈະເພີ່ມກໍາລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ເຊິ່ງຈະເຮັດໃຫ້ອາກາດຮ້ອນເອົ້າຂຶ້ນຕື່ມ ແລະ ຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ຮຽບຮຽງຂ່າວ: ພຸດສະດີຂຂ