ອຸຕຸເຕືອນລະວັງຝົນຕົກໜັກໃນແຕ່ລະພາກແຕ່ວັນທີ 7-13 ກັນຍາ 2020

ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ ມີຄຳເຕືອນວ່າ ໃນໄລຍະວັນທີ 7-13 ກັນຍາ 2020 ຮ່ອງຄວາມກົດ ດັນອາກາດຕໍ່າຈະພາດຜ່ານຢູ່ແຂວງພາກເໜືອຂອງປະເທດລາວ, ພ້ອມດຽວກັນບໍລິເວນຄວາມກົດ ດັນອາກາດຕໍ່າທີ່ປົກຄຸມຢູ່ພາກເໜືອຂອງປະເທດຫວຽດນາມຈະມີກຳລັງແຮງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກ, ສົມທົບກັບມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້.

ແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າໃນເຂດພາກເໜືອ ແລະ ຜູ້ທີ່ອາໄສຢູ່ລຽບຕາມແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ໃຫ້ມີສະຕິຕໍ່ສະພາບນ້ຳຖ້ວມຊູ, ດິນເຈື່ອນ ແລະ ຖ້ວມອັ່ງ ພ້ອມທັງຍົກຍ້າຍວັດຖຸສິ່ງ ຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ, ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງເປັນປະຈໍາ.

ຮຽບຮຽງຂ່າວ:​ ພຸດສະດີ