ອີຣ່ານປະທ້ວງ ສາເຫດຍ້ອນລາຄາເຂົ້າສາລີຂຶ້ນສູງເຖິງ 300%

0
964

ໃນວັນສຸກ ທີ 13 ທີ່ຜ່ານມານີ້, ມີການປະທ້ວງຮຸນແຮງໃນເມືອງຫຼວງຂອງອີຣ່ານ ແລະ ອີກຫຼາຍໆເມືອງ ເນື່ອງຈາກລາຄາຂອງສິນຄ້າຕ່າງໆ ໂດຍສະເພາະອາຫານມີການຂຶ້ນລາຄາທີ່ສູງຫຼາຍ ໃນສະເພາະກຸງເຕຫະຣານ, ການປະທວງນັ້ນມີການເຜົາຮ້ານຄ້າໄໝ້ ແລະ ມີຜູ້ປະທ້ວງຖືກຈັບ 22 ຄົນ.

ສາເຫດມາຈາກ ລັດຖະບານຕັດເງິນອຸດໜູນສຳລັບການນຳເຂົ້າ ເຂົ້າສາລີ ເຊິ່ງເຮັດໃຫ້ລາຄາເພີ່ມສູງຂຶ້ນ 300% ແລະ ສົ່ງຜົນກະທົບຢ່າງຕໍ່ເນື່ອງໄປເຖິງສິນຄ້າອື່ນໆ, ໂດຍອັດຕາເງິນເຟີ້ຂອງອີຣ່ານຢູ່ປະມານ 40%.

ລັດຖະບານກຳລັງພິຈາລະນາ ໃຫ້ໃຊ້ຄູປອງດິຈິຕອລເພື່ອແລກຊື້ເຂົ້າຈີ່ ໂດຍມີຈຳກັກຈຳນວນຄອບຄົວ ແລະ ຄ່ອຍໆເພີ່ມລາຍການສິນຄ້າອາຫານປະເພດອື່ນໃນພາຍຫຼັງ.

ສື່ທ້ອງຖິ່ນໃຫ້ລາຍງານວ່າ ໃນອາທິດແລ້ວນີ້ ມີການປະທ້ວງເກີດຂຶ້ນໃນຫຼາຍເມືອງ ແຕ່ມີຜູ້ຮ່ວມປະທ້ວງໜ້ອຍຄົນ ຈົນເຖິງວັນສຸກທີ່ຜ່ານມານີ້ມີຜູ້ປະທ້ວງເພີ່ມ ແລະ ມີການກໍ່ເກດຮຸນແຮງ ຈົນເຮັດໃຫ້ທາງການໄດ້ເຂົ້າໄປຄວບຄຸມ ແລະ ຕັດສັນຍານອິນເຕີເນັດ ເພື່ອຢຸດການປຸກລະດົມໃນສື່ອອນລາຍ.