ອີກບໍ່ດົນ ຊາວນະຄອນຫຼວງ ຈະໄດ້ບໍລິໂພກຊີ້ນລາຄາຖືກ

ສະມາຄົມ​ຜູ້​ປະກອບ​ການ​ລ້ຽງງົວ ນະຄອນຫຼວງ​ວຽງ​ຈັນ (ນວ) ແລະ ພະ​ແນກ​ກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມ​ພາກ ສ່ວນ​ທີ່​ກ່ຽວຂ້ອງ​ໄດ້​ຍ້າຍ​ພໍ່-ແມ່​ພັນ​ງົວ​ຈາກດ່ານ​ກັກ​ກັນ​ສັດ​ບ້ານ​ດົງ​ໂພ​ສີ ເມືອງ​ຫາດ​ຊາຍ​ຟອງ ນວ ໄປ​ໄວ້ຟາມ​ຂອງ​ຜູ້​ປະກອບ​ການ​ສະ​ມາຄົມ​ລ້ຽງ​ງົວ ນະຄອນຫຼວງ ເມືອງ​ປາກ​ງື່ມ ນະຄອນຫຼວງ ເຊິ່ງ​ເປັນ​ສະຖານທີ່​ປະສົມ​ຂະຫຍາຍ​ພັນ​ສືບ​ເຊື້ອ ​ກ່ອນ​ຈະ​ນຳລູກ​ງົວ​ໄປ​ໃຫ້​ກັບ​ສະມາຊິກ​ຂອງສະມາຄົມ.

ທ່ານ ຈັນ​ເພັງ ອິນ​ສະຫວັນ ປະທານ​ສະມາຄົມ​ຜູ້​ປະກອບ​ການລ້ຽງ​ງົວ ນວ ໄດ້​ໃຫ້​ຮູ້​ວ່າ: ພາຍຫຼັງ​ທີ່​ນະຄອນ​ໂຮ່​ຈີ​ມິງ ໄດ້​ຊ່ວຍເຫຼືອ​ພໍ່-ແມ່​ພັນ​ງົວ ຈຳນວນ 50 ໂຕ (ເປັນ​ງົວເຖິກ 5 ໂຕ) ທີ່​ໄດ້​ນຳມາ​ມອບ​ໃຫ້​ໄລຍະ​ຕົ້ນ​ເດືອນ​ສິງຫາ​ຜ່ານ​ມາ ແລະ ໄດ້​ມີ​ການ​ພັກຈຳນວນ​ງົວ​ທັງ​ໝົດ​ໄວ້​ໃນ​ດ່ານກັກ​ກັນ​ສັດ​ທີ່​ບ້ານ​ດົງ​ໂພ​ສີ ປັດ​ຈຸບັນແມ່ນ​ໄດ້​ຍ້າຍ​ຈຳນວນ​ງົວທັງ​ໝົດ​ໄປ​ໄວ້​ທີ່​ຟາມ​ຂອງ​ສະ​ມາຄົມ​ຜູ້​ປະກອບ​ການ​ລ້ຽງ​ງົວ ນວ ບ້ານ​ສົມ​ສະຫວາດ ເມືອງ​ປາກງື່ມ ທີ່​ມີ​ເນື້ອທີ່​ທັງ​ໝົດ 71 ເຮັກຕາ ເຊິ່ງ​ສະມາຄົມ​ໄດ້​ມີ​ການ​ກະກຽມ​ປູກ​ຫຍ້າ​ຊະນິດ​ຕ່າງໆ​ ທັງແຟຼງ​ໂກ​ລາ ແລະ ດູ​ຊີ​ໃນ​ຟາມຂອງ​ສະມາຄົມ ແລະ ໃນ​ບຶງ​ທາດຫຼວງ​ ລວມ​ແລ້ວປະມານ 50 ເຮັກຕາ ຫຼັງ​ຈາກ​ຍ້າຍ​ພໍ່-ແມ່​ພັນ ປະມານ 2 ອາທິດ ​ກໍ່​ຈະ​ໄດ້​ມີ​ການຈັດ​ເຝີກ​ອົບຮົມ​ການ​ປະສົມ​ພັນແບບ​ທຳ​ມະ​ຊາດ ແລະ ປະສົມພັນ​ທຽມ​ໃຫ້​ກັບ​ວິຊາ​ການ ​ເພື່ອຈຳໜ່າຍ​ລູກ​ງົວ​ແຈກ​ຢາຍ​ໃຫ້​ກັບສະມາຊິກ​ທັງ​ໝົດ ​ເພື່ອ​ນຳໄປ​ລ້ຽງເປັນ​ພໍ່-ແມ່​ພັນ ແລະ ຈຳໜ່າຍໃນ​ຕະຫຼາດ​ທົ່ວ​ໄປ.

ທ່ານ​ກ່າວ​ອີ​ກວ່າ: ຕາມ​ການປະ​ເມີນ​ເບື້ອງ​ຕົ້ນ ​ສະມາຄົມ​ຈະສະໜອງ​ງົວ​ຊີ້ນ​ໃຫ້​ກັບ​ນະຄອນໂຮ່​ຈີ​ມິງ ແລະ ສະໜອງ​ພາຍ​ໃນ ນວ ເພື່ອ​ຫຼຸດຜ່ອນ​ການ​ນຳ​ເຂົ້າທາດ​ຊີ້ນ ແລະ ສາມາດ​ຕອບ​ສະໜອງ​ທາດ​ຊີ້ນ​ໄດ້​ຢ່າງ​ພຽງພໍ ຫາກ​ເປັນ​ໄປ​ຕາມ​ແຜນການ​ຈະເຮັດ​ໃຫ້​ຊາວ ນວ ບໍລິໂພກ​ປະເພດ​ຊີ້ນ​ງົວ​ໄດ້​ຖືກ​ລົງ​ກວ່າ​ທີ່​ບໍ​ລິໂພກ​ຢູ່​ໃນ​ປັດຈຸບັນ.

ສຳລັບ​ນະຄອນ​ໂຮ່​ຈີ​ມີງ​ນຳງົວ​ມາ​ມອບ​ຄັ້ງ​ນີ້ ນອກຈາກ​ພໍ່-ແມ່​ພັນ​ງົວ 50 ໂຕ​ແລ້ວ ຍັງ​ມີນ້ຳ​ເຊື້ອ​ອີກ ຈຳນວນ 10.000 ຫຼອດ ທີ່​ຈະ​ມາ​ປະສົມ​ທັງ​ແບບ​ວິທະ​ຍາ​ສາດ ແລະ ທຳ​ມະ​ຊາດ ເພື່ອ​ແຈກ​ຢາຍ​ໃຫ້​ກັບ​ສະມາຊິກທີ່​ມີ​ປະມານ​ເກືອບ 30 ຟາມ ໃນລາຄາ​ສະມາຄົມ​ຕັ້ງ​ໄວ້ ພ້ອມ​ກັນນີ້ ສະມາຄົມ​ຍັງ​ປູກ​ຫຍ້າ​ຕາມແຄມ​ສອງ​ຝັ່ງ​ຂອງ​ບຶງ​ທາດຫຼວງ ແຕ່​ຂົວ​ໜອງ​ໜ່ຽງລົງ​ໄປ​ຫາ​ປາກຫ້ວຍ​ໝາກ​ຮຽວ ເມືອງ​ຫາດ​ຊາຍຟອງ ໂດຍ​ມີ​ປະຊາຊົນ​ສ່ວນ​ຮ່ວມ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

1 COMMENT

  1. ຊາວໂຮ່ຈິມິງກຽມບໍລິໂພກຊີ້ນຈາກລາວໃນລາຄາຖືກ ໜ້າຈະເໝາະສົມກວ່າ

Comments are closed.