ອິຣັກອ້າງການຢ້ຽມຢາມທະຫານສະຫະລັດຂອງທຣໍ້າເປັນການຄຸກຄາມອະທິປະໄຕ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນແບກແດດ ປະເທດ ອິຣັກ ເມື່ອວັນທີ 27 ທັນວາ 2018 ວ່າ ທຳນຽບລັດຖະບານອິຣັກເຜີຍແຜ່ຖະແຫຼງການຂອງນາຍົກລັດຖະມົນຕີ ອາດິລ ອັບດຸລ-ມາດີ ວ່າລັດຖະບານສະຫະລັດແຈ້ງມາຍັງລັດຖະບານອິຣັກກ່ຽວກັບການເດີນທາງມາຢ້ຽມຢາມທະຫານສະຫະລັດອາເມລິກາ, ແຕ່ຜູ້ນຳທັງສອງປະເທດ “ຕົກລົງກັນບໍ່ໄດ້” ເລື່ອງການພົບປະຫາລືກັນ.

ຢ່າງໃດກໍ່ຕາມ ທ່ານ ຊາບາ ອັລ-ຊາອາດີ ແກນນຳຂອງກຸ່ມອິຊລາ ເຊິ່ງເປັນຫົວໜ້າການເມືອງໃຫຍ່ທີ່ສຸດໃນສະຖານນິຕິບັດແຫ່ງຊາດຂອງອິຣັກ ພາຍໃຕ້ການຊີ້ນຳຂອງທ່ານ ມຸກຕາດາ ອັລ-ຊາດ ນັກສາສະໜາສາຍປະຕິຮູບຈຸດຢືນຕໍ່ຕ້ານອາເມລິກາ ຮຽກຮ້ອງໃຫ້ສະພາຈັດການປະຊຸມສຸກເສີນກ່ຽວກັບເລື່ອງນີ້ ເຊິ່ງຖືເປັນການລະເມີດອະທິປະໄຕຂອງອິຣັກ ແລະ ເພື່ອເປັນການຕອບໂຕ້ໄປຫາຜູ້ນຳສະຫະລັດວ່າ ບໍ່ຄວນສະແດງບົດບາດ “ຄຸກຄາມ” ແບບນີ້ອີກ ເນື່ອງຈາກສະຫະລັດ “ບໍ່ໄດ້ຍຶດຄອງ” ອິຣັກອີກຕໍ່ໄປ.

ດ້ານກຸ່ມບີນາເຖິງຈະເປັນກຸ່ມຄົນລະຝ່າຍກັບການເມືອງກັບກຸ່ມອິຊລາໃນສະພາ ເຊິ່ງນຳໂດຍທ່ານ ຮາດີ ອັລ-ອາມິຣີ ທີ່ໄດ້ຮັບການສະໜັບສະໜູນຈາກອິຫຼ່ານ ໄດ້ສະແດງທ່າທີເຫັນດີກັບກຸ່ມອິຊລາ ດ້ວຍການວິຈານ ທຣໍ້າວ່າ ເປັນການລະເມີດຂອບເຂດທາງການທູດລະຫວ່າງປະເທດ ແລະ ເປັນການບໍ່ໃຫ້ກຽດລັດຖະບານອິຣັກ ທັງຍັງເປັນການສະແດງອອກໃນສັນຍາລັກເໜືອການສົ່ງສັນຍານຢ່າງມີເລ່ໃນ ວ່າສະຫະລັດກຳລັງສະແຫວງຫາໂອກາດໃນການກັບມາເພີ່ມອິດທິພົນທາງການທະຫານໃນອິຣັກ.

ຂະນະນີ້, ຍັງບໍ່ຊັດເຈນວ່າ ທຣໍ້າ ໄດ້ຮັບການແຈ້ງກ່ຽວກັບປະຕິກິລິຍາຂອງອິຣັກຕໍ່ການມາຢ້ຽມຢາມຂອງຕົນເອງ ຫຼື ບໍ່ ແລະ ໃນຮູບແບບໃດ ແຕ່ຜູ້ນຳສະຫະລັດພ້ອມພັນລະຍາ ລວມເຖິງທ່ານ ຈອນ ໂບລຕັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ໄດ້ໃຊ້ເວລາສະເຫຼີມສະຫຼອງວັນຄຣິສມາສຍ້ອນຫຼັງຢ່າງເປັນກັນເອງ ຮ່ວມກັບທະຫານອາເມລິກາ ແລະ ເຈົ້າໜ້າທີ່ພົນລະເຮືອນທີ່ປະຈຳການໃນຖານທັບ ອັລ ອາຊາດ, ໂດຍທຣໍ້າ ໄດ້ໃຊ້ໂອກາດນີ້ກ່າວປົກປ້ອງການຕັດສິນໃຈຂອງຕົນເອງໃນການຖອນທະຫານ 2.000 ຄົນອອກຈາກຊີຣີ ແລະ ການຫຼຸດຈຳນວນທະຫານໃນອາຟະການິດສະຖານ 7.000ຄົນ ເພາະສະຫະລັດບໍ່ສາມາດເຮັດໜ້າທີ່ເປັນ “ຕຳຫຼວດໂລກ” ໄດ້ຕະຫຼອດໄປ ແຕ່ຜູ້ນຳສະຫະລັດບໍ່ມີແຜນຖອນທະຫານເຊິ່ງປັດຈຸບັນປະຈຳຢູ່ 5.200 ຄົນອອກຈາກອິຣັກເທື່ອ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews