ອິນໂດເນເຊນເລີ່ມເຂົ້າຮຽນຕັ້ງແຕ່ 5 ໂມງເຊົ້າ

0
733

ອີງຕາມສຳນັກຂ່າວຕ່າງປະເທດລາຍງານ, ໃນທຸກໆເຊົົ້າໃນເມືອງທາງຕາເວັນອອກຂອງອິນໂດເນເຊຍ ປະຊາຊົນຈະເຫັນກຸ່ມນ້ອງນັກຮຽນຢ່າງໄປໂຮງຮຽນຕາມຫົນທາງ ໂດຍນັກຮຽນເຫຼົ່ານີ້ກຳລັງເຂົ້າຮ່ວມການທົດລອງທີ່ຖືກວິຈານຢ່າງຮຸນແຮງ ເພື່ອໃຫ້ນັກຮຽນມີມື້ພັກດ້ວຍການເລີ່ມເວລາຮຽນໄວຂຶ້ນກວ່າເກົ່າ.

ເຊິ່ງໂຄງການດັ່ງກ່າວຢູ່ທີ່ເມືອງກູບັງ ເມືອງຫຼວງແຂວງນູຊາເຕັງກາຮາຕາເວັນອອກ ມີນັກຮຽນມັດທະຍົມສຶກສາປີທີ່ 6 ຈາກໂຮງຮຽນມັດທະຍົມ 10 ແຫ່ງ ເລີ່ມເຂົ້າຮຽນຕັ້ງແຕ່ຕອນເຊົ້າເວລາ 5:30 ນາທີ.

ທັງນີ້, ເຈົ້າໜ้າທີ່ກ່າວວ່າ: ໂຄງການດັ່ງກ່າວ ເຊິ່ງປະກາດເລີ່ມການທົດລອງເມື່ອເດືອນທີ່ແລ້ວ, ໂດຍມີຈຸດປະສົງເພື່ອເສີມສ້າງລະບຽບວິໄນຂອງນັກຮຽນ ຢ່າງໃດກໍຕາມຜູ້ປົກຄອງກ່າວວ່າ: ລູກຂອງພວກເຂົາເມື່ອຍລ້າເມື່ອກັບມາຮອດບ້ານ ແຕ່ສຳລັບໂຮງຮຽນທົ່ວໄປໃນອິນໂດເນເຊຍເລີ່ມເຂົ້າຮຽນລະຫວ່າງ 7-8 ໂມງເຊົ້າ.

ລັດຖະບານຍັງຄົງດຳເນີນການທົດລອງປັບເວລາການຮຽນຕໍ່ໄປ ເຖິງແມ່ນວ່າຈະຖືກວິຈານຮຸນແຮງກໍຕາມ ແລະ ຍັງຂະຫຍາຍໄປເຖິງໜ່ວຍງານການສຶກສາໃນທ້ອງຖິ່ນແລ້ວ.