ອິນໂດເນເຊຍ ປະກາດພາວະສຸກເສີນ ເລັ່ງຄົ້ນຫາຮ່າງຜູ້ຕິດຢູ່ກ້ອງອາຄານຖະລົ່ມຈາກເຫດແຜ່ນດິນໄຫວ

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງບັນດາອາເຈະ ປະເທດອິນໂດເນເຊຍ ເມື່ອວັນທີ 8 ທັນວາ ວ່າ ລັດຖະ ບານອິນໂດເນເຊຍປະກາດພາວະສຸກເສີນເປັນເວລາ 2 ອາທິດ ໃນພື້ນທີ່ແຂວງ ອາເຈະເທິງເກາະສຸມາຕຣາ ທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງຈາກເຫດການແຜ່ນດິນໄຫວໃນລະດັບ 6.5 ແມັກນິຈູດ ເມື່ອຕອນເຊົ້າວານນີ້ 7 ທັນວາ 2016 ເຊິ່ງໃນປັດຈຸບັນມີຜູ້ເສຍຊີວິດຢ່າງໜ້ອຍ 97 ສົບ ແລະ ບາດເຈັບກວ່າ 600 ຄົນ

ເຈົ້າໜ້າຍັງສືບຕໍ່ເລັ່ງຄົ້ນຫາຮ່າງຜູ້ລອດຊີວິດ ແລະ ເສຍຊີວິດຕະຫຼອດທັງເວັນ ທັງຄືນ ແຕ່ເມື່ອຮອດຕອນກາງຄືນເຮັດໃຫ້ການຄົ້ນຫາເປັນໄປຢ່າງລຳບາກ ເຮັດໃຫ້ເກີດຄວາມຫຼ້າຊ້າເນື່ອງຈາກຄວາມເສຍຫາຍດັ່ງກ່າວເຮັດໃຫ້ໄຟຟ້າໃນຂົງເຂດນັ້ນຖືກຕັດຂາດ ແລະ ບາງເວລາກໍ່ມີຝົນຕົກລົງມາອີກດ້ວຍ

ປັດຈຸບັນໄດ້ມີຄວາມຊ່ວຍເຫຼືອຈາກຫຼາຍພາກສ່ວນ ຖະຍອຍເດີນທາງເຂົ້າສູ່ພື້ນທີ່ດັ່ງກ່າວ ແລະ ໄດ້ມີການແຈກຢາຍອາຫານ, ນ້ຳດື່ມ, ຢາຮັກສາໂຣກ, ເຄື່ອງປັ່ນໄຟຟ້າ ແລະ ສິ່ງຂອງທີ່ຈຳເປັນໃຫ້ແກ່ຜູ້ທີ່ປະສົບໄພໃນສູນຫຼົບໄພຊົ່ວຄາວ ຂະນະທີ່ອົງການລະຫວ່າງປະເທດເພື່ອການໂຍກຍ້າຍຖິ່ນຖານ (ໄອໂອເອັມ) ໄດ້ສົ່ງເຈົ້າໜ້າທີ່ລົງພື້ນທີ່ເພື່ອປະເມີນຄວາມເສຍຫາຍໃນຄັ້ງນີ້

89-34 89-35

ຂ່າວຈາກ: http://www.dailynews.co.th/foreign/541343
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!