ອິນໂດເນເຊຍ ຍົກລະດັບສົງຄາມຢາເສບຕິດ ກຽມປະຫານນັກໂທດຄ້າຢາ 14 ຄົນລວດ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ກໍລະກົດຜ່ານມານີ້ວ່າ ອົງການໄອຍະການສູງສຸດອິນໂດເນເຊຍ ໄດ້ຖະແຫລງເມື່ອວັນພຸດທີ 27 ກໍລະກົດ 2016 ຜ່ານມານີ້ວ່າ ອິນໂດເນເຊຍ ຈະປະຫານຊີວິດນັກໂທດ ຄະດີຢາເສບຕິດ ຈຳນວນ 14 ຄົນ ໂດຍໃນນັ້ນ ຢ່າງໜ້ອຍ 4 ຄົນເປັນຊາວຕ່າງປະເທດ ໃນທ້າຍອາທິດນີ້ ເພື່ອຍົກລະດັບສົງຄາມຢາເສບຕິດ.

ທ່ານ ເອສ ມູຮຳໝັດ ປຣາເຊດໂຢ ໄອຍະການສູງສຸດອິນໂດເນເຊຍ ໄດ້ລະບຸວ່າ ນັກໂທດປະຫານເຫລົ່ານີ້ ຈະປະກອບດ້ວຍ ຊາວໄນຊີຣີ, ຊິມບັບເວ, ປາກີສະຖານ ແລະ ອິນເດຍ.

ດ້ານທ່ານ ຊາອິດ ຣາອັດ ອັນຮຸສແຊນ ຂ້າຫລວງໃຫຍ່ດ້ານສິດທິມະນຸດ ແຫ່ງ ສະຫະປະຊາຊາດ ໄດ້ສະແດງຄວາມກັງວົນ ແລະ ຮຽກຮ້ອງໃຫ້ອິນໂດເນເຊຍ ລະງັບໂທດປະຫານຊີວິດໄວ້ ດັ່ງທີ່ເຄີຍລະງັບເມື່ອປີ 2013 ຄືນຫລັງ.

 

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!