ອິດສະຣາແອນຈະຫ້າມນັກທ່ອງທ່ຽວເຂົ້າປະເທດ ຫວັ່ນໂຄວິດສາຍພັນໃໝ່ລະບາດ

ສື່ທ້ອງຖິ່ນລາຍງານວ່າ ທາງການອິດສະຣາແອນຈະສັ່ງຫ້າມບໍ່ໃຫ້ຊາວຕ່າງຊາດເດີນທາງເຂົ້າປະເທດເປັນເວລາ 14 ວັນພ້ອມເຝົ້າລະວັງຢ່າງເຄັ່ງຄັດ ເພື່ອກຳຈັດຕົວແປໂຄວິດສາຍພັນໂອມີຄຣອນທີ່ມີການກະຈາຍເຊື້ອໄວກວ່າສາຍພັນອື່ນໆຫຼາຍຮ້ອຍເທົ່າ.

ມາດຕະການສັ່ງຫ້າມດັ່ງກ່າວຄາດວ່າຈະມີຜົນບັງຄັບໃຊ້ໃນອີກບໍ່ເທົ່າໃດວັນຂ້າງໜ້າ ພາຍຫຼັງໄດ້ຮັບການອະນຸມັດເຕັມຮູບແບບຈາກຄະນະລັດຖະມົນຕີ ຂະນະທີ່ປັດຈຸບັນ ອິດສະຣາແອນໄດ້ຢືນຢັນຈຳນວນຜູ້ຕິດເຊື້ອໂຄວິດສາຍພັນໂອມີຄຣອນຫຼາຍກວ່າ 1 ລາຍ ເຊິ່ງຫຼາຍປະເທດກໍໄດ້ສັ່ງຫ້າມການເດີນທາງໄປອາຝຣິກກາໃຕ້ ແລະປະເທດເພື່ອນບ້ານ.

ໂຄວິດສາຍພັນໂອມີຄຣອນ ຖືກຄົ້ນພົບໃນອາຝຣິກກາໃຕ້ ໃນຕົ້ນເດືອນພະຈິກນີ້ ເຊິ່ງ WHO ໄດ້ເຕືອນວ່າ ສາຍພັນໃໝ່ນີ້ຍັງໜ້າເປັນຫ່ວງ ໂດຍມີຫຼັກຖານເບື້ອງຕົ້ນບົ່ງຊີ້ວ່າ ມີຄວາມສ່ຽງໃນການຕິດເຊື້ອຊໍ້າໃນອັດຕາທີ່ສູງຂຶ້ນ. ຢ່າງໃດກໍຕາມ, WHO ກໍໄດ້ອອກມາເຕືອນຫຼາຍປະເທດໃຫ້ອອກກົດບັງຄັບໃຊ້ຂໍ້ຈຳກັດໃນການເດີນທາງຢ່າງຮີບດ່ວນ ເພື່ອສະກັດກັ້ນບໍ່ໃຫ້ສາຍພັນດັ່ງກ່າວແຜ່ກະຈາຍເປັນວົງກວ້າງ.

ຂໍ້ມູນຈາກ: ຣອຍເຕີ