ອາເມລິກາເກີດໄອເດຍສຸດແຫວກແນວ! ສ້າງຕຶກແຂວນລົງມາແຕ່ດາວເຄາະນ້ອຍ

ເມື່ອວັນທີ 29 ມີນາ 2017 ເວັບໄຊເທເລກຣາຟ ເປີດເຜີຍລາຍງານວ່າ ຄລາວສ໌ ອາຄິເທດເຈີ ອອຟຟິດ (Clouds Architecture Office) ບໍລິສັດອອກແບບໃນນະຄອນຫຼວງນິວຢອກ ສະຫະລັດອາເມລິກາ ໄດ້ເກີດໄອເດຍການອອກແບບສ້າງຕຶກອາຄານທີ່ງົດງາມແບບແຫວກແນວຂຶ້ນມາ ນັ້ນຄື ຈາກທີ່ໃຫ້ຮາກຖານຂອງຕຶກຢູ່ເທິງພື້ນດິນແບບປົກກະຕິ ກໍ່ໃຫ້ສະລັບປ່ຽນຕີລັງກາປີ້ນຖານໄປຕັ້ງຢູ່ເທິງອາກາດແທນ ໂດຍການແຂວນໄວ້ກັບດາວເຄາະນ້ອຍທີ່ຢູ່ຫ່າງຈາກໂລກຂອງເຮົາໄປປະມານ 5 ໝື່ນກິໂລແມັດ.

ໂດຍຕຶກຈຳລອງໃນຄວາມຄິດນີ້ມີຊື່ວ່າ ອານາເລມມາ (Analemma) ເຊິ່ງຈະກາຍເປັນຕຶກທີ່ສູງທີ່ສຸດໃນໂລກເທົ່າທີ່ເຄີຍມີມະນຸດສ້າງຂຶ້ນມາ ໂດຍຕົວຕຶກຈະຖືກກຶງໄວ້ດ້ວຍສາຍເຄເບີລທີ່ມີຄວາມແຂງແຮງພິເສດ ແລ້ວໃຫ້ຍອດຕຶກຫັນຊີ້ລົງມາທີ່ພື້ນໂລກ ຕົວຕຶກເຄື່ອນທີ່ຕາມວົງໂຄຈອນຂອງດາວເຄາະນ້ອຍຈາກຊີກໂລກເໜືອໄປຊີກໂລກໃຕ້

ດ້ານນັກອອກແບບເຜີຍວ່າ ເນື່ອງຈາກຕົວອາຄານແບບນີ້ແຂວນລົງມາຈາກອາກາດ ຈິ່ງເຮັດໃຫ້ສາມາດສ້າງຕຶກຂຶ້ນທີ່ບໍລິເວນໃດຂອງໂລກກໍ່ໄດ້ ສ່ວນເລື່ອງພະລັງງານໄຟຟ້າຈະອາໃສພະລັງງານແສງອາທິດ ສ່ວນລະບົບນ້ຳສະໃຊ້ເປັນລະບົບກິ່ງປິດທີ່ສາມາດກັ່ນກອງ ແລະ ຣີໄຊເຄິລນ້ຳໄດ້ ໂດຍອາໃສເມກຝົນ

ສຳລັບການອອກແບບຕຶກໃນລັກສະນະນີ້ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ທີ່ມັກຄວາມສູງ ແລະ ເປັນສ່ວນຕົວຫຼາຍກວ່າຕຶກອາຄານສູງສຽດຟ້າທົ່ວໄປ ອີກທັງຍັງເຄື່ອນທີ່ໄດ້ ໃນສ່ວນຂອງລາຄານັ້ນແມ່ນຈະຄິດເປັນຕາມລະດັບຊັ້ນທີ່ສູງຂຶ້ນມາຈາກພື້ນດິນ ແລະ ຈະຕ້ອງເປັນລາຄາທີ່ສູງຫຼາຍ ເພາະເນື່ອງມາຈາກງົບປະມານການກໍ່ສ້າງທີ່ຫຼາຍມະຫາສານ

ທີ່ມາຈາກ: hilight.kapook.com/view/151120

2 COMMENTS

Comments are closed.