ອາເມລິກາຈັດແຄັມເປນ “ສັກວັກຊີນແລກກັນຊາ” ຫວັງກະຕຸ້ນໃຫ້ຄົນມາສັກວັກຊີນຕາມເປົ້າ

ລັດຖະບານອາເມລິກາຈັດແຄັມເປນແຈກກັນຊາໃຫ້ປະຊາຊົນທີ່ເຂົ້າຮັບວັກຊີນປ້ອງກັນໂຄວິດ-19 ຫວັງກະຜູ້ຄົນໃຫ້ເຂົ້າມາສັກວັກໃຫ້ເຖິງເປົ້າໝາຍທີ່ກຳນົດ.

ຄະນະກຳມະການກົມສຸຣາ ແລະ ກັນຊາແຫ່ງອາເມລິກາ ປະກາດເມື່ອວັນຈັນທີ່ຜ່ານມາວ່າ ໃຫ້ມີໂຄງການ Joints for Jabs ໃຫ້ມີຜົນບັງຄັບໃຊ້ທັນທີຈົນເຖິງວັນທີ 2 ກໍລະກົດນີ້ ເປີດໂອກາດໃຫ້ຮ້ານຄ້າແຈກກັນຊາບແບບມວນສູບໃຫ້ກັບຜູ້ທີ່ມີອາຍຸ 21 ປີຂຶ້ນໄປຟຣີ ຫາກມີຫຼັກຖານວ່າບຸກຄົນນັ້ນເຂົ້າຮັບວັກຊີນໂຄວິດ-19 ໂດສທຳອິດ ຫຼື ຄົບສອງໂດຣແລ້ວ.

ປັດຈຸບັນ,​ ລັດວໍຊິງຕັນມີປະຊາຊົນປະມານ 58% ໄດ້ຮັບວັກຊີນຢ່າງໜ້ອຍ 1 ໂດສ ແລະ 49% ໄດ້ຮັບວັກຊີນຄົບ 2 ໂດສແລ້ວ ແລະ ມາດຕະການສັກວັກຊີນແລກກັນຊານັ້ນບໍ່ແມ່ນເລື່ອງໃໝ່ຂອງອາເມລິກາ ເພາະກ່ອນໜ້ານີ້ລັດແອຣິໂຊນາໄດ້ຈັດໂຄງການແລກກັນຊາກັບການສັກວັກຊີນໂຄວິດ-19 ມາແລ້ວ, ເຊິ່ງມາດຕະການດັ່ງກ່າວເປັນການເຂົ້າມາເສີມມາດຕະການການສັກວັກຊີນແລກເຄື່ອງດື່ມແອລກໍຮໍ ແລະ ອື່ນໆ ທີ່ລັດວໍຊິງຕັນນຳມາໃຊ້ເພື່ອກະຕຸ້ນໃຫ້ປະຊາຊົນໄປຮັບວັກຊີນໃນໄລຍະຜ່ານມາ.

ໃນຂະນະທີ່ລັດອື່ນໆ ມີມາດຕະການກະຕຸ້ນຫຼາຍແນວເພື່ອຊັກຊວນໃຫ້ປະຊາຊົນເຂົ້າຮັບວັກຊີນຕັ້ງແຕ່ເດືອນມີນາທີ່່ຜ່ານມາ,​ ເຊັ່ນ: ການແຈກທຶນການສຶກສາລະດັບອຸດົມສຶກສາໃຫ້ກັບເຍົາວະຊົນທີ່ສັກວັກຊີນໂຄວິດ-19 ໃນລັດນິວຍອກ ລວມທັງລຸ້ນເງິນລ້ານໂດລາທີ່ລັດໂອໄຮໂອ ເປັນຕົ້ນ.

ອີງຕາມຂໍ້ມູນຈາກສູນຄວບຄຸມ ແລະ ປ້ອງກັນແຫ່ງອາເມລິກາ ຫຼື CDC ລະບຸວ່າ ອັດຕາການແຈກວັກຊີນສະເລ່ຍຫຼຸດລົງຕໍ່າກວ່າ 1 ລ້ານໂດສ ຈາກອັດຕາສູງສຸດທີ່ 3,3 ລ້ານໂດສ ເມື່ອເດືອນມີນາ ເຖິງ ເດືອນເມສາທີ່ຜ່ານມາ ທ່າມກາງຄວາມກັງວົນວ່າ ອາດຈະບໍ່ເຖິງກຳນົດເປົ້າໝາຍໃນການແຈກວັກຊີນໃຫ້ປະຊາຊາກອນ 70% ກ່ອນວັນຊາດຂອງອາເມລິກາ.

ຮຽບຮຽງຂ່າວ: ພຸດສະດີ