ອາເມລິກາກຽມຍົກເລີກ “ວີຊ່າ” ນັກວິໄຈ ແລະ ນັກສຶກສາຊາວຈີນຫຼາຍພັນຄົນ

ເວັບໄຊຂ່າວ bangkokbiznews ລາຍງານໃຫ້ຮູ້ວ່າ ລັດຖະບານອາເມລິກາມີແຜນຈະຍົກເລີກວີຊ່າຂອງນັກວິໄຈຊາວຈີນ ລວມເຖິງນັກສຶກສາຈີນຈຳນວນຫຼາຍພັນຄົນທີ່ຈົບຈາກການສຶກສາໃນອາເມລິກາ ທີ່ມີຄວາມກ່ຽວຂ້ອງກັບມະຫາວິທະຍາໄລຂອງຈີນທີ່ມີຄວາມສຳພັນກັບກອງທັບປົດປ່ອຍປະຊາຊົນຈີນ.

ການດຳເນີນການດັ່ງກ່າວຈະສົ່ງຜົນກະທົບຕໍ່ນັກສຶກສາຈີນຈຳນວນ 3,000-5,000 ຄົນ ຈາກທັງໝົດທີ່ກຳລັງສຶກສາໃນອາເມລິກາຈຳນວນທັງໝົດ 360,000 ຄົນ ເຊິ່ງນັກສຶກສາຈີນທີ່ຖືກຍົກເລີກວີຊ່າຈະຕ້ອງເດີນທາງກັບປະເທດ ແລະ ຜູ້ທີ່ອາໄສນອກສະຫະລັດອາເມລິກາຈະບໍ່ໄດ້ຮັບອະນຸຍາດກັບເຂົ້າມາໃນສະຫະລັດ ໂດຍມີການລາຍງານວ່າ ລັດຖະບານອາເມລິກາຈະປະກາດເລື່ອງດັ່ງກ່າວໃນອາທິດນີ້.

ຕາມແຫຼ່ງຂ່າວລະບຸວ່າ ເປົ້າໝາຍຂອງການດຳເນີນການໃນຄັ້ງນີ້ກໍ່ເພື່ອກວາດລ້າງການຈາລະກຳ ແລະ ລັກເອົາຊັບສິນທາງປັນຍາ ເຊິ່ງນັກສຶກສາຈີນອາດທຳການຜ່ານມະຫາວິທະຍາໄລຂອງອາເມລິກາ ແຜນການດັ່ງກ່າວດຳເນີນຂຶ້ນທ່າມກາງຄວາມຂັດແຍ້ງລະຫວ່າງອາເມລິກາ ແລະ ຈີນກ່ຽວກັບຮົງກົງ.

ທາງດ້ານມະຫາວິທະຍາໄລຂອງອາເມລິກາອາດຄັດຄ້ານຕໍ່ການດຳເນີນການດັ່ງກ່າວ ເນື່ອງຈາກວ່ານັກສຶກສາຈີນສ້າງມູນຄ່າທາງເສດຖະກິດໃຫ້ແກ່ອາເມລິກາຫຼາຍເຖິງ 1.4 ໝື່ນລ້ານໂດລາຕໍ່ປີ ໂດຍໄດ້ມາຈາກຄ່າຮຽນ ແລະ ຄ່າທຳນຽມອື່ນໆ.

 

ຮຽບຮຽງຂ່າວ: ພຸດສະດີ