ອາເມຣິກາ-ເຢຍລະມັນກຽມສົ່ງລົດຖັງໃຫ້ຢູເຄຣນ

0
680

ມີລາຍງານວ່າລັດຖະບານເຢຍລະມັນ ກຽມສົ່ງມອບລົດຖັງ Leopard 2 ໃຫ້ຢູເຄຣນແລ້ວ ຫຼັງຈາກຫາລືເປັນເວລາຫຼາຍເດືອນ.

ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ ໃນວັນທີ 25 ມັງກອນ ສະຫະລັດອາເມຣິກາ ແລະ ເຢຍລະມັນ ພ້ອມໃຫ້ການສະໜັບສະໜູນຕໍ່ຢູເຄຣນ ໂດຍຈະສົ່ງລົດຖັງ Leopard 2 ໃຫ້ຢູເຄຣນ ເຊິ່ງ ໂອລາຟ ຊອລ ນາຍົກລັດຖະມົນຕີເຢຍລະມັນ ຕັດສິນໃຈສົ່ງມອບໃຫ້ຢູເຄຣນ ພາຍຫຼັງຫາລືເປັນເວລາຫຼາຍເດືອນ.

ໃນອາທິດແລ້ວນີ້ ເຢຍລະມັນແຈ້ງຕໍ່ອາເມຣິກາວ່າ ຈະບໍ່ສົ່ງລົດຖັງ Leopard 2 ຈົນກວ່າ ອາເມຣິການັ້ນຈະສົ່ງລົດຖັງ M1 Abrams ໃຫ້ຢູເຄຣນກ່ອນ.

ໃນຂະນະນີ້ ອາເມຣິກາ ແລະ ເຢຍລະມັນ ໄດ້ຢຸດການຈັດຫາຊຸດເກາະ ພ້ອມລະວັງການເຄື່ອນໄຫວທີ່ຈະສົ່ງຜົນເສຍແກ່ຢູເຄຣນ.

ທັ້ງນີ້ ຣັດເຊຍກໍເຕືອນວ່າ ການຈັດຫາອາວຸດໃຫ້ກັບຢູເຄຣນ ຍິ່ງເປັນການສ້າງສົງຄາມໃຫ້ແກ່ຍາວ.