ອາເມຣິກາຕ້ອງການຫາລືກັບຣັດເຊຍ ເພື່ອປະກາດເຂດຫ້າມບິນຢູ່ຊີຣີ

ສຳນັກຂ່າວຣອຍເຕີ ລາຍງານໃນວັນທີ 6 ກໍລະກົດນີ້ວ່າ ທ່ານ ເຣັກ ທິນເລີສັນ ລັດຖະມົນຕີການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ຖະແຫລງວ່າ ສະຫະລັດອາເມຣິກາ ຕ້ອງການແລກປ່ຽນຄວາມຄິດເຫັນກັບຣັດເຊຍ ກ່ຽວກັບແຜນການສົ່ງຜູ້ສັງເກດການ ເຂົ້າໄປກວດກາການບັງຄັບໃຊ້ ຂໍ້ຕົກລົງຢຸດຍິງ ແລະ ອຳນວຍຄວາມສະດວກ ໃນການຈັດສົ່ງຄວາມຊ່ວຍເຫລືອດ້ານມະນຸດສະທຳ ໃຫ້ແກ່ພົນລະເມືອງຊາວຊີຣີ ຊຶ່ງອາດລວມໄປເຖິງການປະກາດເຂດຫ້າມບິນຢູ່ຊີຣີອີກດ້ວຍ.

ທັງນີ້ ຄຳຖະແຫລງດັ່ງກ່າວຂອງລັດຖະມົນຕີການຕ່າງປະເທດ ສະຫະລັດອາເມຣິກາ ມີຂຶ້ນກ່ອນໜ້າທີ່ກອງປະຊຸມ G20 ກຳລັງຈະເປີດສາກຂຶ້ນໃນອາທິດນີ້ ໂດຍທ່ານ ທິນເລີສັນ ໄດ້ຢືນຢັນວ່າ ປະທານາທິບໍດີ ໂດນັນ ທຣັມ ແລະ ປະທານາທິບໍດີ ວະລາດີເມຍ ປູຕິນ ຈະມີການເປີດການຫາລືຄູ່ຂະໜານ ໃນລະຫວ່າງເຂົ້າຮ່ວມກອງປະຊຸມ G20 ທີ່ເມືອງຮຳເບີກ ປະເທດເຢຍລະມັນ ໃນຫົວຂໍ້ສົນທະນາກ່ຽວກັບບັນຫາຊີຣີ.