ອາເມຣິກາຈະສົ່ງ F-16 ປະຈຳການຢູ່ເກົາຫລີໃຕ້ເພີ່ມອີກ 10 ກວ່າລຳ ທ່າມກາງຄວາມເຄັ່ງຕຶງ

ເຮືອບິນສູ້ຮົບ F-16 Fighting Falcon ຂອງສະຫະລັດອາເມຣິກາ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ສິງຫານີ້ວ່າ ກອງທັບອາກາດສະຫະລັດອາເມຣິກາ ຈະສົ່ງເຮືອບິນສູ້ຮົບ F-16 Fighting Falcon ເຂົ້າໄປປະຈຳການຢູ່ເກົາຫລີໃຕ້ ເພີ່ມອີກ 12 ລຳ ເປັນເວລາ 4 ເດືອນ ທ່າມກາງສະພາບຄວາມເຄັ່ງຕຶງຢູ່ແຫລມເກົາຫລີ ໂດຍກອງບັນຊາການກອງທັບອາກາດສະຫະລັດອາເມຣິກາ ປະຈຳປາຊີຟິກ ໄດ້ລະບຸມື້ວານນີ້ (1 ສິງຫາ) ວ່າ ເຮືອບິນສູ້ຮົບ ພ້ອມດ້ວຍບຸກຄະລາກອນດ້ານການບິນ ປະມານ 200 ຄົນ ຈະຖືກຖອນອອກຈາກຝູງບິນຂັບໄລ່ທີ 176 ແລ້ວຈະຖືກສົ່ງໄປເກົາຫລີໃຕ້ ປະມານທ້າຍເດືອນສິງຫານີ້ ຊຶ່ງຈະປະຈຳການຢູ່ຖານທັບອາກາດຄຸນຊານ ຫ່າງຈາກນະຄອນຫລວງເຊອູນ ໄປທາງທິດໃຕ້ ປະມານ 180 ກິໂລແມັດ.

ທັງນີ້, ການເຄື່ອນໄຫວດັ່ງກ່າວ ມີຂຶ້ນທ່າມກາງສະພາບການຢູ່ແຫລມເກົາຫລີ ພວມຢູ່ໃນສະພາວະເຄັ່ງຕຶງ, ເມື່ອບໍ່ດົນມານີ້ ສະຫະລັດອາເມຣິກາ ຫາກໍໄດ້ທົດສອບລະບົບປ້ອງກັນຂີປະນາວຸດ THAAD ຮອບໃໝ່ ເມື່ອວັນທີ 30 ກໍລະກົດຜ່ານມາ ໃນມະຫາສະໝຸດປາຊີຟິກ, ພ້ອມທັງໄດ້ສົ່ງເຮືອບິນຖິ້ມລະເບີດ B-1B ຈາກເກາະກວມ ເຂົ້າຮ່ວມຊ້ອມຮົບຢູ່ແຫລມເກົາຫລີ ຮ່ວມກັບເຮືອບິນສູ້ຮົບຂອງຍີ່ປຸ່ນ ແລະ ເກົາຫລີໃຕ້ ເປັນເວລາດົນເຖິງ 10 ຊົ່ວໂມງ ເພື່ອສະແດງແສນຍານຸພາບ ຕອບໂຕ້ກໍລະນີທີ່ເກົາຫລີເໜືອ ທົດສອບຍິງຂີປະນາວຸດຂ້າມທະວີບ (ICBM) ເມື່ອຄືນວັນສຸກທີ 28 ກໍລະກົດຜ່ານມາ.