ອາເມຣິກາກຽມຝຶກທະຫານຢູເຄຣນໃຊ້ລະບົບຕໍ່ຕ້ານລູກສອນໄຟ

0
591

ວັນທີ 10 ມັງກອນ 2023 ກອງທັບ ສ. ອາເມຣິກາ ໄດ້ເປີດເຜີຍວ່າ ຈະເລີ່ມຝຶກທະຫານຢູເຄຣນໃນການໃຊ້ລະບົບຕໍ່ຕ້ານລູກສອນໄຟແພລິອອດ ເຊິ່ງຈະຝຶກທີ່ຄ່າຍທະຫານຟອດ ຊິລ ລັດໂອກາໂຮມາ ທ້າຍເດືອນມັງກອນນີ້.

ການຝຶກທະຫານຢູເຄຣນປະມານ 100 ຄົນ ທີ່ລັດໂອກາໂຮມາໃນທ້າຍເດືອນນີ້ ຄວບຄຸມສຳລັບການບຳລຸງຮັກສາແບັດເຕີລີຂອງລະບົບຕໍ່ຕ້ານລູກສອນໄຟແພລິອອດ ແລະ ການຝຶກທະຫານຢູເຄຣນຈະໃຊ້ເວລາປະມານ 2-3 ເດືອນ.

ທັ້ງນີ້ ຄ່າຍທະຫານຟອດ ຊິລ ເປັນໂຮງຮຽນຝຶກທະຫານປືນໃຫຍ່ຂອງກອງທັບບົກອາເມຣິກາ.

ກະຊວງປ້ອງກັນປະເທດອາເມຣິກາກ່າວວ່າ ທາງກະຊວງໄດ້ພິຈາລະນາທາງເລືອກຕ່າງໆ ໃນການເລືອກໃຊ້ລະບົບຕໍ່ຕ້ານລູກສອນໄຟ.

ກະຊວງປ້ອງກັນປະເທດຂອງອາເມຣິກາ ປະກາດໃນອາທິດແລ້ວນີ້ວ່າ ຈະສົ່ງພາຫະນະຫຸ້ມເກາະ Bradley 50 ຄັນ ໃຫ້ແກ່ຢູເຄຣນ ເຊິ່ງເປັນສ່ວນໜຶ່ງຂອງການຊ່ວຍເຫຼືອດ້ານທະຫານຮອບໃໝ່ຂອງອາເມຣິກາຕໍ່ຢູເຄຣນ.

ແຫຼ່ງຂ່າວ abc australia news