ອາຫານເພື່ອສຸຂະພາບສຳລັບຄົນທີ່ນອນເດິກ

0
2288

ດ້ວຍຄວາມຈຳເປັນທາງດ້ານໜ້າທີ່ ແລະວຽກງານ ອາດເຮັດໃຫ້ເຈົ້າຕ້ອງນອນເດິກຫຼາຍຄືນ ເຊິ່ງການນອນເດິກ ນອນໜ້ອຍຕະຫຼອດ ກໍອາດເຮັດໃຫ້ເຈົ້າກັງວົນໃຈວ່າຮ່າງກາຍຈະຊຸດໂຊມ, ສຸຂະພາບຮ່າງກາຍບໍ່ແຂງແຮງ, ມື້ນີ້ເຮົາຈະມາແນະນຳອາຫານດີໆ ທີ່ຊ່ວຍບຳລຸງສະໝອງ ແລະຮ່າງກາຍມາຝາກທຸກຄົນກັນ

  1. ນໍ້າ: ເປັນສ່ວນປະກອບສຳຄັນຂອງຮ່າງກາຍ ໂດຍສະເພາະການເຮັດວຽກຂອງສະໝອງ, ດັ່ງນັ້ນ ຫາກນອນເດິກ ກໍຄວນດື່ມນໍ້າໃຫ້ໄດ້ 1.5-2 ລິດຕໍ່ວັນ ເພື່ອປ້ອງກັນການຮ້ອນໃນ ແລະຄວນດື່ມແບບຈິບໆ
  2. ອາຫານໂປຣຕີນສູງ: ໂດຍສະເພາະແມ່ນ ໂຢເກິດ, ຖົ່ວອົບແຫ້ງ ເພື່ອໂປຣຕີນແກ່ຮ່າງກາຍ, ຫຼຸດການອ່ອນເພຍ
  3. ຜັກ ແລະໝາກໄມ້: ໂດຍສະເພາະແມ່ນໝາກແອັບເປິ່ນ, ໝາກຊົມພູ່, ໝາກກ້ຽງໃຫຍ່ ເພື່ອໃຫ້ໄດ້ຮັບວິຕາມິນ ແລະເກືອແຮ່ທີ່ຊ່ວຍບຳລຸງຮ່າງກາຍ
  4. ນໍ້າໝາກໄມ້ຄັ້ນສົດ: ການອົດນອນອາດເຮັດໃຫ້ຮູ້ສຶກອ່ອນເພຍ ດັ່ງນັ້ນຄວນດື່ມນໍ້າໝາກໄມ້ສົດ ທີ່ຄັ້ນເອງ ເພື່ອຊ່ວຍໃຫ້ຮູ້ສຶກສົດຊື່ນຂຶ້ນ
  5. ອາຫານບຳລຸງສະໝອງ: ໂດຍສະເພາະແມ່ນຖົ່ວເຫຼືອງ, ໄຂ່ແດງ, ເຕົ້າຫູ້, ປາ, ອາຫານປະເພດທັນຍາພືດ ທີ່ບໍ່ໄດ້ໃສ່ເກືອ ເພາະອາຫານເຫຼົ່ານີ້ບຳລຸງສະໝອງ
  6. ວິຕາມິນບີ: ເພື່ອເປັນການຊົດເຊີຍວິຕາມິນ ທີ່ຮ່າງກາຍສູນເສຍໄປ ເພາະພັກຜ່ອນບໍ່ພຽງພໍ ແລະວິຕາມິນບີ ກໍມີສ່ວນຊ່ວຍຫຼຸດຄວາມເຄັ່ງຕຶງຂອງສະໝອງ
  7. ວິຕາມິນຊີ: ກໍສຳຄັນຕໍ່ຮ່າງກາຍຂອງຄົນທີ່ນອນເດິກ ເພາະວິຕາມິນຊີຊ່ວຍເສີມພູມຄຸ້ມກັນ ເຮັດໃຫ້ເຮົາແຂງແຮງບໍ່ເຈັບປ່ວຍງ່າຍ
  8. ກາເຟ: ຫາກຮູ້ວ່າຕົນເອງກະຕ້ອງໄດ້ນອນເດິກ ຄວນດື່ມກາເຟໃນຕອນສວາຍ ເພື່ອກະຕຸ້ນໃຫ້ຮ່າງກາຍມີຄວາມຕື່ນຕົວໃນຕອນກາງຄືນ ແຕ່ບໍ່ຄວນດື່ມກາເຟໃນຕອນເດິກເລີຍເດັດຂາດ ເພາະກາເຟຈະເຮັດໃຫ້ຫົວໃຈເຮັດວຽກໜັກ
  9. ອາຫານບຳລຸງຮ່າງກາຍຫຼັງໄດ້ພັກຜ່ອນ: ຫຼັງຈາກຕື່ນນອນ ຄວນຮັບປະທານອາຫານ ທີ່ໃຫ້ຄວາມສົດຊື່ນແກ່ຮ່າງກາຍເຊັ່ນ: ນົມງົວ, ໄກ່, ໄຂ່, ງາດຳ ເພາະມີສ່ວນຊ່ວຍກະຕຸ້ນການເຮັດວຽກຂອງສະໝອງ ແລະລະບົບປະສາດ