ອາຊຽນ ຮັບເອົາ 3 ປະເທດເຂົ້າເປັນພາຄີ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມື

0
2060

ຂປລ. ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ລົງນາມເອກະສານຮັບເອົາຊີເລ, ເອຢິບ ແລະ ມາຣົກ ເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາເວັນອອກສ່ຽງໃຕ້ (TAC) ໃນຕອນເຊົ້າຂອງວັນທີ 6 ກັນຍາ 2016 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ.
ສົນທິສັນຍາໄມຕີຈິດ ແລະການຮ່ວມມື ໃນອາຊີຕາເວັນອອກສ່ຽງໃຕ້ມີຜົນບັງຄັບໃຊ້ແຕ່ 1976, ການເຂົ້າເປັນພາຄີ ຂອງສົນທິສັນຍາດັ່ງກ່າວຂອງ 3 ປະເທດໃນຄັ້ງນີ້ ໄດ້ເຮັດໃຫ້ຈໍານວນປະເທດພາຄີຂອງສົນທິ ສັນຍານີ້ເພີ່ມຂຶ້ນຈາກ 32 ມາເປັນ 35 ປະທດ ເຊິ່ງເປັນການຢັ້ງຍືນເຖິງຄວາມສໍາຄັນຂອງສົນທິສັນຍາດັ່ງກ່າວ ຕະຫລອດ 40 ປີຜ່ານມາ ແລະ ໃນຕໍ່ໜ້າ ທີ່ເປັນກົດແຫ່ງການປະພຶດໃນການພົວພັນລັດຕໍ່ລັດ ຂອງບັນດາປະເທດໃນພາກພື້ນກໍຄືໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ອາຊຽນ ຈະສືບຕໍ່ພິຈາລະນາການສະໝັກເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີ ຕາເວັນອອກສ່ຽງໃຕ້ ໂດຍສອດຄ່ອງກັບລະບຽບການກ່ຽວກັບການເຂົ້າເປັນພາຄີຂອງສົນທິສັນຍາດັ່ງກ່າວ.

ທີ່ມາ: ຂ່າວສານປະເທດລາວ