ອາຊຽນ ຈັດກອງປະຊຸມຫາລື ເພີ່ມທະວີການສົ່ງເສີມສິດທິມະນຸດ ຢູ່ຮ່າໂນ້ຍ ສສ ຫວຽດນາມ

ພາບປະກອບ

ຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ (ASEAN Intergovern-mental Commission on Human Rights ຫຼື AICHR) ໄດ້ຈັດກອງປະຊຸມຂຶ້ນ ໃນລະຫວ່າງວັນທີ 27-28 ຕຸລາ 2016ທີ່ ຮ່າໂນ້ຍ, ສສ ຫວຽດນາມພາຍໃຕ້ການເປັນປະທານຂອງ ທ່ານ ພູໂຂງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຂອງປະເທດສະມາຊິກອາຊຽນ ແລະ ເຈົ້າໜ້າທີ່ກອງເລຂາອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ທົບທວນ, ປຶກສາຫາລືກ່ຽວກັບ ການຈັດຕັ້ງແຜນການເຄື່ອນໄຫວຂອງ ຄະນະກຳມາທິການໃນໄລຍະເດືອນກໍລະກົດ ຫາເດືອນຕຸລາ 2016 ແລະ ການກະກຽມໃຫ້ແກ່ການຈັດຕັ້ງກິດຈະກຳທີ່ຍັງເຫຼືອ ໃນປີ 2016 ເຊິ່ງລວມມີກອງປະຊຸມສຳມະນາກ່ຽວກັບສິດທິມະນຸດ ແລະ ຄວາມຮັບຜິດຊອບຂອງບໍລິສັດຕໍ່ສັງຄົມ, ສິດທິມະນຸດ ແລະ ການຕ້ານການຄ້າມະນຸດ, ການສົ່ງເສີມສິດທິຂອງຄົນພິການ ເຂົ້າໃນ 3 ເສົາຄ້ຳຂອງປະຊາຄົມອາຊຽນ.

ກອງປະຊຸມຍັງໄດ້ພິຈາລະນາ ແລະ ຮັບຮອງເອົາ ແຜນການຈັດຕັ້ງກິດຈະກຳບຸລິມະສິດ ສຳລັບປີ 2017 ເຊິ່ງລວມມີການຈັດກອງປະຊຸມສຳມະນາ ແລະ ການສຶກສາຄົ້ນຄວ້າໃນຫົວຂໍ້ຕ່າງໆຄື: ສິດທິມະນຸດກັບສິ່ງແວດລ້ອມ, ສິດທິໃນການສຶກສາ, ສິດທິດ້ານສາທາລະນະສຸກ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການຊ່ວຍເຫຼືອດ້ານກົດໝາຍ ແລະ ອື່ນໆ.

ສປປ ລາວ ເປັນເຈົ້າການໃນການສຶກສາຄົ້ນຄວ້າ ກ່ຽວກັບສິດທິໃນສັນຕິພາບ ແລະ ການສຶກສາຄົ້ນຄວ້າ ກ່ຽວກັບສິດທິໃນການສຶກສາ ໂດຍເນັ້ນໜັກໃສ່ການສ້າງກາລະໂອກາດອັນສະເໝີພາບ ໃຫ້ຊາວໜຸ່ມໄດ້ຮັບການສຶກສາຂັ້ນມະຫາວິທະຍາໄລ ໃນບັນດາປະເທດອາຊຽນ. ໃນໄລຍະກອງປະຊຸມດັ່ງກ່າວ, ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ໄດ້ພົບປະກັບສະຖາບັນກົດໝາຍສິດທິມະນຸດ ແລະ ກົດໝາຍມະນຸດສະທຳສາກົນ ຂອງປະເທດສະວີເດັນ (RWI) ແລະ ໜ່ວຍງານເຮັດວຽກກ່ຽວກັບກົນໄກສິດທິມະນຸດອາຊຽນ ເພື່ອປຶກສາຫາລືຮ່ວມມືກັນໃນຕໍ່ໜ້າ.

ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ຖືກສ້າງຕັ້ງຂຶ້ນພາຍໃຕ້ກົດບັດອາຊຽນ ເປັນອົງກອນຫຼັກໃນການສົ່ງເສີມການຮ່ວມມື ດ້ານສິດທິມະນຸດໃນອາຊຽນ, ການປະຕິບັດຖະແຫຼງການອາຊຽນ ວ່າດ້ວຍສິດທິມະນຸດ, ບັນດາຖະແຫຼງການອື່ນໆທີ່ກ່ຽວຂ້ອງຂອງອາຊຽນ ກໍຄືພັນທະພາຍໃຕ້ສົນທິສັນຍາ, ສັນຍາທີ່ບັນດາປະເທດອາຊຽນ ເປັນພາຄີບົນພື້ນຖານສະພາບເງື່ອນໄຂ ແລະ ຈຸດພິເສດຂອງພາກພື້ນ ແລະ ຂອງແຕ່ລະປະເທດສະມາຊິກ.

 

ແຫລ່ງຂ່າວ:

ລພນ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!