ອາກາດເຢັນຈະເຄື່ອນຕົວປົກຄຸມທຸກພາກຂອງປະເທດ ພ້ອມມີຝົນຕົກໃນລະດັບຄ່ອຍ ຫາ ກາງ

ອີງຕາມການແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ເມື່ອວັນທີ 10 ກັນຍາ 2018 ວ່າ ສະພາບອາກກາດໃນໄລຍະລະຫວ່າງວັນທີ 10-16 ກັນຍາ 2018 ມີຄວາມກົດດັນອາກາດສູງຂອງອາກາດເຢັນ ທີ່ປະເທດ ສປ ຈີນ ຈະແຜ່ລົງມາປົກຄຸມທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສຽງເໜືອພັດປົກຄຸມດ້ວຍກຳລັງອ່ອນ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ເກີດອາກາດໜາວເຢັນໃນຕອນເຊົ້າຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍພ້ອມທັງມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ຈາກນັ້ນວັນທີ 12-16 ກັນຍາ 2018 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ທົ່ວທຸກພາກຂອງປະເທດ ດ້ວຍກຳລັງອ່ອນສົມທົບກັບລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນກາງເວັນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງພ້ອມມີລົມແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ຮຽບຮຽງໂດຍ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ