ອາກາດຈະເຢັນຂຶ້ນເລັກຫນ້ອຍ ແຕ່ຈົ່ງລະວັງຝົນຕົກ ແລະ ລົມແຮງ

ໃນວັນທີ 29 ເມສາ ຫາ ວັນທີ 1 ພຶດສະພານີ້, ຄວາມກົດດັນອາກາດສູງຈາກປະເທດຈີນ ມີກຳລັງປານກາງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ, ເຊິ່ງຈະມີຝົນຕົກຟ້າຄະນອງ, ໝາກເຫັບຕົກຢູ່ບາງທ້ອງຖິ່ນໃນແຕ່ລະພາກ ເປັນຕົ້ນ ພາກເໜືອດ້ານຕາເວັນອອກ: ອາກາດຈະເຢັນລົງເລັກຫນ້ອຍ ແລະ ຈະ ມີລົມພັດແຮງເປັນບາງໂອກາດ.
ອຸນຫະພູມຕ່ຳສຸດ 15-17 ອົງສາ ແລະ ສູງສຸດ 28-30 ອົງສາ, ພາກເໜືອດ້ານຕາເວັນຕົກ: ອາກາດຍັງຈະຮ້ອນ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງອຸດົມໄຊ, ຫລວງພະບາ ງ ແລະ ໄຊຍະບູລີ. ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 34-36 ອົງສາ. ນະຄອນຫລວງວຽງຈັນ: ມີເມກປົກຄຸມເປັນສ່ວນຫລາຍ ແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງເປັນບາໂອກາດ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 35-37
ອົງສາ. ພາກກາງ: ອາກາດຈະຮ້ອນທຳມະດາ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 35-37 ອົງສາ. ພາກໃຕ້: ອາກາດຈະເຢັນລົງເລັກນ້ອຍ ແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 33-35 ອົງສາ.

ດັ່ງນັ້ນ ຈຶ່ງຂໍເຕືອນປະຊາຊົນທີ່ອາໃສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະວັງຕໍ່ສະພາບອາກາດຮ້ອນເອົ້າທີ່ຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຕົນ, ສັດລ້ຽງ ແລະ ໃຫ້ກວດກາເບິ່ງການຈອດລົດຢູ່ໃກ້ຕົ້ນໄມ້ ເພາະອາດຈະມີຕົ້ນໄມ້ຫັກ ແລະ ຟ້າຜ່າເກີດຂຶ້ນໄດ້ໃນໄລຍະນີ້.

ຂ່າວຈາກ: ໜັງສືພິມພັດທະນາລາວ