ອາກອນໃໝ່ຈ່າຍຖືກກວ່າທີ່ທ່ານຄິດ

ສປປ ລາວ ໄດ້ນຳໃຊ້ການຄິດແບບ Bracket Creep ເຂົ້າໃນການຄິດໄລ່ອາກອນລາຍຮັບມາດົນສົມຄວນເຊັ່ນດຽວກັນກັບປະເທດອົສຕຣາລີ.

ກ່ຽວກັບກໍລະນີທີ່ລັດຖະບານປະກາດອັດຕາອາກອນລາຍໄດ້ໃໝ່ ຊຶ່ງມີຫຼາຍໆຄົນທີ່ກຳລັງວິຕົກກັງວົນກ່ຽວກັບອັດຕາອາກອນ 28% ທັງນີ້ ບັນດາທ່ານກໍຢ່າຟ້າວຕົກອົກຕົກໃຈວ່າຈະເສຍເງິນເພີ່ມຂຶ້ນ ຫຼື ບໍ່? ດັ່ງນັ້ນ ເຮົາມາລອງຄິດໄລ່ໄປພ້ອມໆກັນເລີຍວ່າ ຖ້າຫາກອາກອນລາຍເພີ່ມຂຶ້ນເຮົາໆທ່ານໆຈະເສຍເງິນໜ້ອຍ-ຫຼາຍສ່ຳໃດ?

ສົມມຸດວ່າ ຖ້າຫາກທ່ານໄດ້ຮັບເງິນເດືອນຈຳນວນ 2.000.000 ລ້ານກີບ ອັດຕາເກົ່າແມ່ນເສຍອາກອນຢູ່ 50.000 ກີບ
ແຕ່ວ່າອັດຕາໃໝ່ແມ່ນທ່ານຈະໄດ້ເສຍພຽງແຕ່ 35.000 ກີບເທົ່ານັ້ນ! ທີ່ເປັນແບບນີ້ກໍຍ້ອນວ່າ ອັດຕາເກົ່າເງິນ 1.000.000 ກີບແມ່ນຍົກເວັ້ນອາກອນ ແລະ ອີກ 1.000.000 ກີບຕໍ່ມາແມ່ນໄດ້ເສຍອາກອນ 5% ຊຶ່ງຕົກເປັນເງິນ 50.000 ກີບ ຂະນະທີ່ອັດຕາທີ່ປັບໃໝ່ ເງິນ 1.300.000 ກີບແມ່ນຍົກເວັ້ນອາກອນ ແລະ ອີກ 700.000 ກິບແມ່ນໄດ້ເສຍອາກອນ 5% ຕົກເປັນເງິນ 35.000 ກີບ.

 

ໂດຍ: ສະຫະລັດ ວອນທິວົງໄຊ