ອັນຕະລາຍຈາກການມັກຍ້ຳກິນນ້ຳກ້ອນຫຼາຍເກີນໄປ

0
729

ການທີ່ມັກຍ້ຳນ້ຳກ້ອນ ຖືວ່າເປັນອາການຊະນິດໜຶ່ງ ທີ່ຜູ້ປ່ວຍມີນິດໄສຫຍ້ຳຄິດຫຍ້ຳທຳ ກັບການຍ້ຳກິນນ້ຳແຂງຈົນເກີດຜົນເສຍຕໍ່ສຸຂະພາບ ທັງສຸຂະພາບກາຍ ແລະ ສຸຂະພາບໃຈ.

ອັນຕະລາຍຂອງໂຣກຕິດນ້ຳແຂງ

  1. ແຂ້ວບິ່ນ ຫັກ ແຕກ ຫຼື ອາດຈະແຂ້ວຫຼຸດອອກ ຫາກມີອາການກັດກ້ອນນ້ຳແຂງໄປເລື່ອຍໆ.
  2. ເມື່ອເສບຕິດການຍ້ຳນ້ຳກ້ອນຫຼາຍ ບາງຄົນອາດຈະຍ້ຳສຽງດັງແບບບໍ່ຮູ້ໂຕ ຫຼື ບໍ່ສາມາດຄວບຄຸມໂຕເອງໄດ້ ຈົນເຮັດໃຫ້ເບິ່ງເປັນເລື່ອງເສຍມາລະຍາດເທິງໂຕະອາຫານ.
  3. ຜູ້ທີ່ມັກຍ້ຳຍ້ຳກ້ອນເປັນປະຈຳ ອາດມີຄວາມເປັນໄປໄດ້ວ່າຈະມີບັນຫາທາງສຸຂະພາບຈິດ ເຊັ່ນ ອາການຄິດຫຼາຍ, ຫຍ້ຳຄິດຫຍ້ຳທຳ, ພັດທະນາການຜິດປົກກະຕິໃນເດັກນ້ອຍ ເປັນຕົ້ນ.
  4. ອາການມັກຍ້ຳກິນນ້ຳກ້ອນ ເປັນໜຶ່ງໃນລັກສະນະຂອງເລືອດຈາງ ຈາກການຂາດທາດເຫຼັກ ໂດຍ 50% ຂອງຜູ້ປ່ວຍໂຣກນີ້ມັກຈະຍ້ຳກິນນ້ຳແຂງ, ແຕ່ກໍບໍ່ສະເໜີໄປ ຕ້ອງໄດ້ໄປກວດຢູ່ໂຮງໝໍໃຫ້ລະອຽດ.
  5. ການເລືອກບໍລິໂພກນ້ຳແຂງທີ່ບໍ່ສະອາດ ຄຸນະພາບຕ່ຳກວ່າມາດຕະຖານ ອາດສ່ຽງຕິດເຊື້ອພະຍາດ ເຊື້ອແບັກທີເລຍ ທີ່ເຮັດໃຫ້ເຮົາຖອກທ້ອງ ຫຼື ຕິດພະຍາດນ້ຳແຂງທີ່ແຊ່ອາຫານສົດ ລວມເຖິງສານພິດ ສານເຄມີອື່ນໆ ທີ່ປົນເປື້ອນໃນນ້ຳແຂງທີ່ບໍ່ສະອາດ.

ຂໍ້ມູນຈາກ ແພດ ທິດາການ, ວັນລັດ, ດຣ ສັນ ແຫ່ງປະເທດໄທ