ອັດຕະປື ກວດພົບພະນັກງານລັດລະເມີດກົດໝາຍ 12 ຄົນ ແລະ ຖືກລຶບຊື່ອອກລັດຖະກອນ 3 ຄົນ

0
2697

ແຂວງ ອັດຕະປື  ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 9 ສະໄໝທີ X, ໃນທ້າຍອາທິດຜ່ານມາ, ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື. ໃນກອງປະຊຸມດັ່ງກ່າວ, ສະເພາະວຽກງານຕິດຕາມ-ກວດກາໃນໄລຍະ 1 ປີ ຜ່ານມາ,  ແຂວງ ອັດຕະປື ສາມາດກວດພົບພະນັກງານລັດລະເມີດກົດໝາຍ 12 ຄົນ ໃນນັ້ນຖືກສຶກສາອົບຮົມກ່າວເຕືອນ 9 ຄົນ, ລຶບຊື່ອອກຈາກລັດຖະກອນ 1 ຄົນ ແລະ ສະເໜີໃຫ້ຂັ້ນເທິງຄົ້ນຄວ້າລຶບຊື່ອີກ 2 ຄົນ.

ກອງປະຊຸມດັ່ງກ່າວ ໄດ້ຕີລາຄາການຊີ້ນໍາ ນຳພາຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ປີ 2018 ແລະ ທິດທາງແຜນການປີ 2019 ເຊິ່ງມີຫຼາຍໜ້າວຽກທີ່ໄດ້ຮັບຜົນສໍາເລັດເປັນຕົ້ນຄື: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ດ້ານແນວຄິດການເມືອງ ແລະ ວຽກງານພັກ-ພະນັກງານ; ການກໍ່ສ້າງຮາກຖານການເມືອງ, ວຽກງານອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ; ວຽກງານຕິດຕາມ-ກວດກາ; ການຄຸ້ມຄອງເສດຖະກິດມະຫາພາກ; ໂຍທາທິການ ແລະ ຂົນສົ່ງ; ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ການສຶກສາ-ກິລາ ແລະ ສາທາລະນະສຸກ; ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; ການປັບປຸງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ.

ເວົ້າສະເພາະ, ດ້ານວຽກງານຕິດຕາມ-ກວດກາພາຍໃນແຂວງ ໄດ້ມີຄວາມເອົາໃຈໃສ່ຊຸກຍູ້ຕິດຕາມ-ກວດກາເປັນປົກກະຕິ ສາມາດກວດພົບພະນັກງານລັດລະເມີດກົດໝາຍທັງໝົດ 12 ຄົນ, ຍິງ 6 ຄົນ, ລຶບຊື່ອອກຈາກລັດຖະກອນເປັນເພດຍິງ 1 ຄົນ ແລະ ນໍາສະເໜີໃຫ້ຂັ້ນເທິງຄົ້ນຄວ້າລຶບຊື່ອອກອີກ 2 ຄົນ ໃນນັ້ນ, ຍິງ 1 ຄົນ.

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ