ອັງກິດສັ່ງທະຫານ ຫ້າມໃສ່ເຄື່ອງແບບອອກນອກຄ້າຍ ກັງວົນອາດຖືກເປັນເປົ້າໂຈມຕີ!

ພາບປະກອບ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ສີງຫານີ້ວ່າ ກະຊວງປ້ອງກັນປະເທດອັງກິດ ໄດ້ອອກຄຳສັ່ງດ່ວນ ໃນວັນພະຫັດທີ 4 ສິງຫາ 2016 ໂດຍລະບຸ ຫ້າມກຳລັງພົນຂອງທຸກເຫລົ່າທັບ ນຸ່ງເຄື່ອງແບບທະຫານ ຫາກຢູ່ນອກເຂດຖານທັບ ຫລື ຄ້າຍທະຫານ ເນື່ອງຈາກກັງວົນອາດຕົກເປັນເປົ້າ ການໂຈມຕີ ແລະ ການລັກພາຕົວ ໂດຍກຸ່ມກໍ່ການຮ້າຍ ຫລັງຈາກທີ່ເກີດເຫດທີ່ຄົນຮ້າຍ ພະຍາຍາມລັກພາຕົວ ພະນັກງານສັນຍາຈ້າງຂອງກອງທັບ ຢູ່ເຂດພື້ນທີ່ທະຫານ ເມືອງແອນເດີຊັອດ ທາງພາກໃຕ້ຂອງອັງກິດມາແລ້ວ.

ນອກຈາກນີ້ ກະຊວງປ້ອງກັນປະເທດອັງກິດ ຍັງປະກາດຫ້າມກຳລັງພົນຂອງກອງທັບ ແລະ ເຈົ້າໜ້າທີ່ທຸກຝ່າຍຂອງຕົນ ເປີດເຜີຍ ຫລື ເຜີຍແຜ່ກິດຈະກຳ ພາຍໃນສະຖານທີ່ເຮັດວຽກຂອງຕົນ ຜ່ານທາງສື່ອອນລາຍ ທຸກຊ່ອງທາງອີກດ້ວຍ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!