ອະດີດຫົວໜ້າທີມຫາສຽງທຣໍ້າ ຖືກສານຕັດສິນໃຫ້ຕິດຄຸກເກືອບ 4 ປີ

ເມື່ວວັນທີ 8 ມີນາ 2019 ສຳນັກຂ່າວຕ່າງປະເທດລາຍງານຂ່າວກໍລະນີເມື່ອວັນທີ 7 ມັງກອນ 2019 ທີ່ຜ່ານມາ ທ່ານ ພໍ ມານາຟອດ ອະດີດຫົວໜ້າທີມຫາສຽງຂອງທ່ານ ໂດນັລ ທຣໍ້າ ປະທານາທິບໍດີແຫ່ງສະຫະລັດ ຖືກສານແຂວງໃນເມືອງ ອາເລັກຊານເດຣຍ ລັດເວີຈີເນຍ ຕັດສິນໃຫ້ຕິດຄຸກເປັນເວລາ 47 ເດືອນ ໃນຂໍ້ຫາໂກງພາສີ ແລະ ສໍ້ໂກງທະນາຄານ.

ມານາຟອດ ຖືກດຳເນີນຄະດີຕັ້ງແຕ່ປີ 2018 ໃນຂໍ້ຫາປິດບັງລາຍໄດ້ຫຼາຍລ້ານໂດລາຈາກການທີ່ເຂົາເປັນທີ່ປຶກສາທາງການເມືອງໃນປະເທດ ຢູເຄນ ໂດຍ ທ່ານ ມານາຟອດ ໄດ້ຖືກຄວບຄຸມຕົວໃນຄຸກຕັ້ງແຕ່ 9 ເດືອນກ່ອນ ລະຫວ່າງມີຂະບວນການພິຈາລະນາຄະດີ ຫຼັງຈາກສານໄດ້ຖອດຖອນການປະກັນຕົວຈາກຂໍ້ກ່າວຫາວ່າມີການໂນ້ມນ້າວພະຍານ.

ທັງນີ້, ທ່ານ ມານາຟອດ ຖືກໄອຍະການຕັ້ງຂໍ້ຫາໃນຄະດີອາຍາດ້ານການເງິນ 8 ຂໍ້ຫາ ໄດ້ແກ່ ໂກງພາສີ 5 ຂໍ້ຫາ ປິດບັງບັນຊີທະນາຄານໃນຕ່າງປະເທດ 1 ຂໍ້ຫາ ແລະ ສໍ້ໂກງທະນາຄານອີກ 2 ຂໍ້ຫາ ໂດຍມີການຄາດການວ່າຫາກເຂົາຖືກສານຕັດສິນວ່າຜິດແທ້ໃນທຸກຂໍ້ກ່າວຫາອາດຕ້ອງພົບກັບໂທດຕິດຄຸກສູງສຸດເຖິງ 80 ປີ.

 

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai.com