ຫໍປະຊຸມທີ່ປະເທດກໍາປູເຈຍໄດ້ຖືກປ່ຽນໃຫ້ເປັນໂຮງໝໍສະໜາມເພື່ອຮອງຮັບຜູ້ປ່ວຍໂຄວິດ-19

ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ​ ໃນວັນທີ 18 ເມສາ 2021 ທີ່ຜ່ານມາ ກະຊວງສາທາລະນະສຸກຂອງປະເທດກໍາປູເຈຍໄດ້ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂື້ນຈໍານວນ 618 ຄົນ ຫຼັງຈາກທີ່ມີການລະບາດໃນຊ່ວງເດືອນກຸມພາທີ່ຜ່ານມາ ສົ່ງຜົນເຮັດໃຫ້ຜູ້ຕິດເຊື້ອສະສົມໃນປະເທດເພີ່ມຂື້ນເປັນ 6,389 ຄົນ ແລະ ເຊິ່ງເປັນປະເທດໜຶ່ງທີ່ມີການຕິດເຊື້ອໜ້ອຍທີ່ສຸດໃນໂລກ.

ທາງເຈົ້າໜ້າທີ່ກະຊວງສາທາລະນະສຸກເປີດເຜີຍວ່າທາງກະຊວງໄດ້ຕັດສິນໃຈໃຊ້ຫໍປະຊຸມເຮັດເປັນສູນຮັກສາຜູ້ປ່ວຍໂຄວິດ-19 ທີ່ສາມາດຮອງຮັບໄດ້ຫຼາຍກວ່າ 1,500 ຄົນ.

ສ່ວນຢູ່ໃນພະນົມເປັນຍັງຢູ່ພາຍໃຕ້ຄໍາສັ່ງການລ໋ອກດາວມາຕັ້ງແຕ່ວັນພະຫັດທີ່ຜ່ານມາໂດຍຫ້າມປະຊາຊົນອອກນອກເຮືອນເປັນເວລາ 2 ອາທິດ ໂດຍຍົກເວັ້ນໃຫ້ສະເພາະຄົນທີ່ອອກມາເຮັດວຽກ, ຊື້ອາຫານ ແລະ ຢາປົວພະຍາດເທົ່ານັ້ນເພື່ອຄວບຄຸມການລະບາດຂອງພະຍາດ.