ຫ້າມພາດ! ຮູບເງົາລະທຶກຂວັນຫັກມຸມແຫ່ງປີ Safe Neighborhood

Safe Neighborhood ຫຼື ໃນອີກຊື່ໜຶ່ງຄື Better Watch Out ເປັນຮູບເງົາແນວສະຫຍອງຂັວນ ແລະ ຕະລົກ ຈາກຜົນງານການກຳກັບຂອງ  Chris Peckover ຂຽນບົດຮູບເງົາໂດຍ Zack Kahn ອຳນວຍການສ້າງໂດຍ Storm Vision Entertainment ແລະ Best Medicine Productions ເຜີຍແຜ່ໂດຍ Well Go USA Entertainment

ຊື່ພາສາອັງກິດ : Safe Neighborhood / Better Watch Out
ຊື່ພາສາລາວ : ໂດດດ່ຽວດຽວກໍ່ຕາຍ
ປະເພດ : ຮູບເງົາ
ແນວ : Horror, Thriller, Comedy
ຜູ້ກຳກັບ: Chris Peckover
ກຳນົດສາຍ : 7 ທັນວາ 2017

ເລື່ອງຫຍໍ້

ເປັນເລື່ອງລາວຂອງ Luke ໜຸ່ນ້ອຍໄວ 12 ປີ ທີ່ຕ້ອງຢູ່ເຮືອນຄົນດຽວ ເພາະພໍ່ ແລະ ແມ່ໄດ້ອອກໄປສະຫຼອງວັນຄຣິສມາສ ກໍ່ໄດ້ມີໂຈນມາລັກເຄື່ອງໃນເຮືອນ ເຮັດໃຫ້ Luke ວາງແຜນຈັດການພວກໂຈນດ້ວຍວິທີເກີນເດັກນ້ອຍທົ່ວໄປເຂົາເຮັດ