ຫຼ້າສຸດ! ເຫດການຈັດງານບຸນບັ້ງໄຟ ເປັນການລັກຈັດ ແລະ ລະເມີດຕໍ່ຄຳສັ່ງ ຂອງຂັ້ນເທິງໂດຍບໍ່ໄດ້ຮັບອະນຸຍາດ

0
1994

ລາຍງານເຫດການຈັດງານບຸນບັ້ງໄຟ ຢູ່ບ້ານໂພນສິມ ນະຄອນໄກສອນພົມວິຫານ ໃນຄັ້ງວັນທີ 2 ພຶດສະພາ 2021 ທີ່ຜ່ານມານີ້ນັ້ນ ອຳນາດການປົກຄອງນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເປັນເອກະພາບກັນວ່າ: ການຈັດງານບຸນບັ້ງໄຟຄັ້ງນີ້ ແມ່ນການລັກຈັດ ແລະ ເປັນການລະເມີດຕໍ່ຄຳສັ່ງ ຂອງຂັ້ນເທິງ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້ານະຄອນໄກສອນແຕ່ຢ່າງໃດ.

ໃນຂະນະທີ່ນາຍບ້ານ ບ້ານໂພນສິມ ກໍໄດ້ຖືກປົດຕຳແໜ່ງແລ້ວ ພ້ອມຈະດໍາເນີນການປະຕິບັດລະບຽບຕໍ່ຜູ້ມີສ່ວນຮ່ວມ ໃນການລະເມີດຄັ້ງນີ້ ຕໍ່ໄປ ຕາມການຕົກລົງເຫັນດີ ຂອງຄະນະພັກ-ຄະນະປົກຄອງນະຄອນໄກສອນພົມວິຫານ. ທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້ານະຄອນໄກສອນ ພົມວິຫານ, ຫົວໜ້າຄະນະສະເພາະ ກິດປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ນະຄອນໄກສອນພົມວິຫານ ໄດ້ຖະແຫຼງກ່ຽວກັບເຫດການຈັດງານບຸນບັ້ງໄຟ ຢູ່ດັ່ງກ່າວ ໃນວັນທີ 3 ພຶດສະພາ 2021 ນີ້ວ່າ:

ຂ້າພະເຈົ້າຕາງໜ້າໃຫ້ແກ່ຄະນະພັກ-ຄະນະປົກຄອງນະຄອນໄກສອນພົມວິຫານ ຂໍອະໄພ ແລະ ສະແດງຄວາມຮັບຜິດຊອບຕໍ່ເຫດການຈັດບຸນບັ້ງໄຟ ຢູ່ບ້ານໂພນສິມ ໃນຄັ້ງວັນທີ 2 ພຶດສະພາ 2021 ທີ່ຜ່ານມາ, ເຊິ່ງການຈັດບຸນບັ້ງໄຟ ຂອງອຳນາດການປົກຄອງບ້ານໂພນສິມໃນຄັ້ງນີ້ ເບື້ອງຕົ້ນນາຍບ້ານໂພນສິມ ໄດ້ເຮັດໜັງສືສະເໜີມາຫາເຈົ້ານະຄອນໄກສອນ ພົມວິຫານ ໃນວັນທີ 26 ມີນາ 2021 ແລະ ຄະນະປົກຄອງນະຄອນໄກສອນ ກໍໄດ້ມີຄຳເຫັນວ່າ ໃຫ້ຈັດຕາມປະເພນີຕາມຮີດຕາມຄອງ ສຳຄັນຕ້ອງມີການປ້ອງກັນພະຍາດໂຄວິດຢ່າງເຂັ້ມງວດ, ໃນເວລານັ້ນການລະບາດຂອງພະຍາດໂຄວິດ-19 ຍັງບໍ່ມີການຕິດເຊື້ອ ແລະ ແຜ່ເຊື້ອຫຼາຍ ເຈົ້ານະຄອນກໍບໍ່ໄດ້ມີຄຳສັ່ງ ຫຼື ຄຳແນະນຳໃຫ້ເລື່ອນການຈັດງານ ຕາມທີ່ເຟສບຸກອອກທາງສື່ອອນລາຍນັ້ນ, ການເລື່ອນ ແລະ ການອະນຸມັດຈັດງານ ແມ່ນການຕົກລົງເຫັນດີຂອງອຳນາດການປົກຄອງບ້ານ ພ້ອມການຈັດຕັ້ງເຖົ້າແກ່ແນວໂຮມພາຍໃນບ້ານເທົ່ານັ້ນ.

ການຈັດງານບຸນບັ້ງໄຟທີ່ບ້ານໂພນສິມ ນະຄອນໄກສອນ ພົມວິຫານ ແມ່ນອຳນາດການປົກຄອງບ້ານເຖົ້າແກ່ແນວໂຮມ ໄດ້ມີການກະກຽມຫ້າງຫາມາແຕ່ຕອນເຊົ້າ ຂອງວັນທີ 2 ພຶດສະພາ 2021 ມາເຖິງ ເວລາປະມານ 12 ໂມງ ໄດ້ມີການເຕົ້າໂຮມກັນ, ຈຸດປະສົງແມ່ນຈະຈັດແບບກະທັດຮັດຕາມຮີດຕາມຄອງ, ແຕ່ເມື່ອມີການເຕົ້າໂຮມກັນ ຈຶ່ງໄດ້ມີປະຊາຊົນໃນບ້ານແຫ່ມາເຕົ້າໂຮມກັນຫຼາຍຂຶ້ນ ແລະ ໄດ້ມີການແຫ່ອ້ອມສິມວັດໂພນສິມໜຶ່ງຮອບ, ມີການດື່ມເຫຼົ້າເບຍ, ຫຼີ້ນນ້ຳເປື້ອນ, ນ້ຳມັນ ແລະ ເສບແຫ່ ຕາມຮີດຄອງປະເພນີທີ່ເຄີຍປະຕິບັດຜ່ານມາ, ເຊິ່ງມີຜູ້ເຂົ້າຮ່ວມປະມານ 200 ກວ່າຄົນ (ມີແຕ່ປະຊາຊົນພາຍໃນບ້ານ ເພາະທາງບ້ານໄດ້ສັ່ງປິດບ້ານບໍ່ໃຫ້ຜູ້ອື່ນເຂົ້າໄປຮ່ວມນຳ).

ມາຮອດ ເວລາປະມານ 14:00 ໂມງ ທາງຄະນະນຳນະຄອນໄກສອນ ໄດ້ເຫັນເຫດການດັ່ງກ່າວໃນເຟສບຸກ ຈຶ່ງໄດ້ຊີ້ນຳໃຫ້ຄະນະສະເພາະກິດນະຄອນໄກສອນ ລົງກວດກາ ແລະ ຢຸດການຈັດງານດັ່ງກ່າວ. ເວລາ 15:30 ໂມງ ຄະນະປົກຄອງນະຄອນ ກໍໄດ້ເອີ້ນຄະນະປົກຄອງບ້ານ ພ້ອມເຖົ້າແກ່ແນວໂຮມ ມາປະຊຸມກັນຢູ່ຫ້ອງການປົກຄອງບ້ານໂພນສິມ, ມີເຈົ້ານະຄອນ, ຮອງເຈົ້ານະຄອນ, ຜູ້ຊີ້ນຳກຸ່ມບ້ານ, ຫົວໜ້າ ປກສ ແຂວງ ຕາງໜ້າຄະນະສະເພາະກິດແຂວງ ພ້ອມດ້ວຍນາຍບ້ານ, ຮອງນາຍບ້ານ, ເຖົ້າແກ່ແນວໂຮມບ້ານເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ຂອງນາຍບ້ານ ແລະ ຄະນະປົກຄອງບ້ານ, ແນວໂຮມບ້ານ ກ່ຽວກັບການຈັດງານບຸນບັ້ງໄຟຂອງບ້ານໂພນສິມຄັ້ງນີ້ ອຳນາດການປົກຄອງກໍເປັນເອກະພາບກັນວ່າ: ການຈັດງານບຸນບັ້ງໄຟຄັ້ງນີ້ ແມ່ນການລັກເຮັດ ແລະ ເປັນການລະເມີດຕໍ່ຄຳສັ່ງຂອງຂັ້ນເທິງ ແລະ ບໍ່ໄດ້ຮັບອະນຸຍາດ ຈາກເຈົ້ານະຄອນໄກສອນແຕ່ຢ່າງໃດ ແລະ ຜ່ານມາກໍໄດ້ຮັບຮູ້ວ່າການຂໍສະເໜີຈັດງານນັ້ນ ແມ່ນໄດ້ຖືກລົບລ້າງໄປໃນໂຕແລ້ວ ເພາະໄດ້ມີຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ຄຳສັ່ງເພີ່ມເຕີມ ຂອງທ່ານເຈົ້າແຂວງ ເລກທີ 0776/ຈຂ.ສຂ, ລົງວັນທີ 24 ເມສາ 2021 ວ່າດ້ວຍການເຫັນດີໃຫ້ປິດແຂວງ ແລະ ຄຳສັ່ງຂອງເຈົ້ານະຄອນໄກສອນພົມວິຫານ ເລກທີ 21/ຈນ,ກສ, ລົງວັນທີ 25 ເມສາ 2021 ວ່າດ້ວຍການເຫັນດີປິດນະຄອນ ໃນຂໍ້ 6 ຊຶ່ງຫ້າມບໍ່ໃຫ້ມີການຈັດກອງປະຊຸມ, ການໂຮມຊຸມນຸມ, ງານດອງ, ງານບຸນປະເພນີ, ງານທາງສາສະໜາ, ງານລ້ຽງສ້າງສັນຕ່າງໆ ເປັນອັນລະອຽດຈະແຈ້ງແລ້ວ.

ຕໍ່ກັບການລະເມີດລະບຽບການ, ຄໍາສັ່ງ, ຄຳແນະນໍາຂັ້ນເທິງ ຂອງອຳດການປົກ ຄອງບ້ານໃນຄັ້ງນີ້ ຄະນະພັກ-ຄະນະປົກຄອງນະຄອນໄກສອນ ພົມວິຫານ ແມ່ນໄດ້ປະຊຸມຄົ້ນຄວ້າ ແລະ ເປັນເອກະພາບກັນ ປະຕິບັດວິໄນຕໍ່ຄະນະພັກ-ຄະນະປົກຄອງບ້ານຕາມລະບຽບການຢ່າງເຂັ້ມງວດຄື ໄດ້ປົດຕໍາແໜ່ງ ຜູ້ເປັນເລຂາພັກຮາກຖານ, ເລຂາໜ່ວຍພັກ ທັງເປັນນາຍບ້ານໂພນສິມ ແລ້ວໃນຕອນເຊົ້າວັນທີ 3 ພຶດສະພານີ້ ແລະ ຈະດໍາເນີນການປະຕິບັດລະບຽບຕໍ່ຜູ້ມີສ່ວນຮ່ວມ ໃນການລະເມີດຄັ້ງນີ້ຕໍ່ໄປ ຕາມການຕົກລົງເຫັນດີ ຂອງຄະນະພັກ-ຄະນະປົກຄອງນະຄອນໄກສອນພົມວິຫານ.

ສໍາລັບການປ້ອງກັນຄວບຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນໄດ້ສັ່ງປິດການເຂົ້າ-ອອກ ບ້ານໂພນສິມ ແຕ່ຕອນແລງວັນທີ 2 ພຶດສະພາ 2021 ເປັນຕົ້ນມາບໍ່ໃຫ້ຄົນໃນອອກບ້ານ ແລະ ບໍ່ໃຫ້ຄົນນອກເຂົ້າໃນບ້ານ ເປັນເວລາ 14 ວັນ ແລະ ໃຫ້ພະນັກງານແພດໝໍໃນໂຮງໝໍນ້ອຍຂອງບ້ານ ຕິດຕາມເບິ່ງອາການຂອງປະຊາຊົນ ຖ້າມີອາການຜິດປົກກະຕິ ໃຫ້ກວດກາພະຍາດ ແລະ ກວດຫາເຊື້ອຕໍ່ໄປ. ຂ້າພະເຈົ້າ ຕາງໜ້າໃຫ້ຄະນະປົກຄອງນະຄອນ ແລະ ຕາງໜ້າໃຫ້ຄະນະສະເພາະກິດ ນະຄອນໄກ ສອນພົມວິຫານ ຂໍຮັບຜິດຊອບຕໍ່ເຫດການຄັ້ງນີ້ຕາມລະບຽບການ.