ຫຼວງພະບາງໃຫ້ນັກລົງທຶນຈີນ ສຳປະທານເຂດຕາດກວາງຊີ ເພື່ອພັດທະນາໃຫ້ມີໂສມໜ້າໃໝ່

220148

ເມືອງຫຼວງພະບາງແມ່ນ ເມືອງມໍລະດົກໂລກແຫ່ງທຳອິດຂອງລາວ ເຊິ່ງເປັນເມືອງທີ່ສວຍງາມ ອາຄານບ້ານເຮືອນ ແລະວັດວາອາຮາມ ຍັງຮັກສາໄວ້ເຊິ່ງສິລະປະ ດັ້ງເດີມຂອງ ອານາຈັກລ້ານຊ້າງ. ນອກຈາກນັ້ນ, ຫຼວງພະບາງກໍຍັງອຸດົມສົມບູນ ໄປດ້ວຍແຫຼ່ງທ່ອງທ່ຽວທຳມະຊາດຫຼາຍແຫ່ງ ໜຶ່ງໃນນັ້ນ ແມ່ນຕາດກວາງຊີ ເຊິ່ງເປັນນ້ຳຕົກຕາດທີ່ຊື່ດັງ ຂອງແຂວງຫຼວງພະບາງກໍຄືຂອງປະເທດລາວ. ເມືອງຫຼວງພະບາງເປັນເມືອງທີ່ໜ້າທ່ອງທ່ຽວ ເຊິ່ງກະລັນຕີດ້ວຍການໄດ້ຮັບລາງວັນ ກ່ຽວກັບເມືອງທ່ອງທ່ຽວເປັນປະຈຳ ແລະຫຼາຍລາງວັນ. ດັ່ງນັ້ນ, ຫຼວງພະບາງຈຶ່ງເປັນ ຈຸດໝາຍປາຍທາງທ່ອງທ່ຽວ ຂອງນັກທ່ອງທ່ຽວຈາກທຸກມຸມໂລກ ແລະສາມາດສ້າງລາຍຮັບໃຫ້ແຂວງ ກໍຄືປະເທດປີໜຶ່ງຈຳນວນມະຫາສານ.

ແນວໃດກໍຕາມ, ເມື່ອບໍ່ດົນມານີ້ ແຫຼ່ງຂ່າວປະຈຳຫຼວງພະບາງ ລາຍງານວ່າ ທາງການແຂວງຫຼວງພະບາງ ໄດ້ຕົກລົງອະນຸມັດໃຫ້ບໍລິສັດ ອາໂຈ ກຣຸບ ສປ ຈີນ ສຳປະທານພັດທະນາ ເຂດຕາດກວາງຊີ ເມືອງຫຼວງພະບາງ ແຂວງຫຼວງພະບາງ ໂດຍສະເພາະແມ່ນເຂດບໍລິເວນ ອ້ອມຮອບຕາດກວາງຊີ. ໂດຍອີງຕາມການສະເໜີຈາກ ກະຊວງຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ .

ໂດຍມອບໃຫ້ພະແນກແຜນການ ແລະ ການລົງທຶນແຂວງເປັນເຈົ້າການສົມທົບກັບ ພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເມືອງຫລວງພະບາງ ແລະ ຂະແໜງການກ່ຽວຂ້ອງເຈລະຈາ ປຶກສາຫາລື ກັບ ບໍລິສັດອາໂຈກຣຸບ ສປ.ຈີນເພື່ອເຮັດເປັນບົດບັນທຶກຄວາມເຂົ້າໃຈການສໍາປະທານລວມເຖິງການສໍາຫລວດ, ອອກແບບ ແລະ ຂຽນບົດວິພາກເສດຖະກິດເພື່ອສະເໜີໃຫ້ແຂວງອະນຸມັດແຕ່ລະກິດຈະກໍາໃນການສໍາປະທານໂດຍຮັກສາໄດ້ວັດທະນະທໍາ, ຮີດຄອງປະເພນີຂອງຊາດກໍຄືຊາວຫລວງພະບາງ ແລະ ຮັກສາໄດ້ທໍາມະຊາດສິ່ງແວດລ້ອມ.

11117592_1642526939310738_1028040358_n