ຫຼວງພະບາງອອກແຈ້ງການໃໝ່ຈະສະຫຼອງປີໃໝ່ລາວພຽງ 3 ມື້ເທົ່ານັ້ນ

ເຖິງແມ່ນວ່າກ່ອນໜ້ານີ້ ຫຼວງພະບາງຈະມີແຈ້ງການກຳນົດວັນພັກສະຫຼອງປີໃໝ່ລາວ 2021 ໂດຍເລີ່ມຕັ້ງແຕ່ວັນທີ 13-25 ເມສາ 2021 ແຕ່ເນື່ອງຈາກຍັງມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຊຸມຊົນຕ່າງໆໃນຂອບເຂດທົ່ວໂລກ ກໍ່ຄືປະເທດໃກ້ຄຽງ ຍັງສືບຕໍ່ແຜ່ລະບາດໃນລະດັບຕ່າງໆ. ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບ ເລກທີ 286/ຫສນຍ, ນະຄອນຫຼວງວຽງຈັນ, ລົງວັນທີ 25 ມີນາ 2021 ສະນັ້ນ, ໃນວັນທີ 26 ເມສາ ທີ່ຜ່ານມາ ຫ້ອງວ່າການແຂວງຫຼວງພະບາງ ໄດ້ອອກແຈ້ງການສະບັບເຖິງພໍ່ແມ່ປະຊາຊົນ ກ່ຽວກັບການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2021 ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແຕ່ວັນທີ 14, 15, ແລະ 16 ເມສາ 2021.

ມາດຕະການຕ່າງໆ ໃນການປ້ອງກັນການແຜ່ລະບາດພະຍາດດັ່ງກ່າວ ທີ່ລັດຖະບານໄດ້ວາງອອກໃນແຕ່ລະໄລຍະຜ່ານມາດ້ວຍຄວາມເປັນເຈົ້າການ ໂດຍເອົາໃຈໃສ່ບາງຈຸດສຸມຕົ້ນຕໍດັ່ງນີ້:

1. ກໍານົດວັນພັກສະຫຼອງປີໃໝ່ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແຕ່ວັນທີ 14, 15, ແລະ 16 ເມສາ 2021

2. ການຈັດຕັ້ງສະຫຼອງບຸນປີໃໝ່ລາວໃຫ້ປະຕິບັດໃນຂອບຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມເຊິ່ງຈັດຂຶ້ນຢູ່ພາຍໃນຄອບຄົວ, ສໍານັກງານ, ອົງການ, ວັດວາອາຮາມ ແລະ ສະຖານທີ່ສັກກະລະບູຊາຕ່າງໆ (ການບາສີສູ່ຂັວນ, ການສົງພະຕ່າງໆ);

3. ກິດຈະກຳທີ່ບໍ່ໃຫ້ດໍາເນີນໃນຊ່ວງໄລຍະປີໃໝ່ ມີ: ການສະແດງສິລະປະດົນຕີຢູ່ຕາມວັດວາອາຮາມ, ສະຖານທີ່ສາທາລະນະຕ່າງໆ ລວມທັງຢູ່ຕາມຫາດ (ແຄມນໍ້າ); ການຫົດນໍ້າກັນດ້ວຍນໍ້າເປື້ອນ, ນໍ້າສີ ຫຼື ນໍາໃຊ້ພາຫະນະ, ອຸປະກອນອື່ນໆ ເພື່ອຫົດນ້ໍາຄົນອື່ນ ຢູ່ຕາມຖະໜົນຫົນທາງ ແລະ ສະຖານທີ່ຕ່າງໆ: ງານສະເເດງດົນຕີ (ຄອນເສີດ), ງານປະກວດນາງສັງຂານ, ແຫ່ນາງສັງຂານ, ການຈັດງານຕະຫຼາດນັດ (ຍົກເວັ້ນຢູ່ຕາມສະຖານທີ່ ທີ່ລັດໄດ້ກໍານົດໄວ້);

4. ມອບໃຫ້ ອົງການປົກຄອງທຸກຂັ້ນ ສົມທົບກັບກໍາລັງປະກອບອາວຸດຂັ້ນຕົ້ນ ເພີ່ມທະວີລາດຕະເວນຢູ່ຕາມບໍລິເວນຊາຍແດນ, ເຄື່ອນໄຫວເວນຍາມຕາມສໍານັກງານ-ອົງການ ແລະ ຕາມບ້ານຊ່ອງຕ່າງໆ, ຕິດຕາມຄົນເຂົ້າອອກດ່ານຕ່າງໆຢ່າງເຄັ່ງຄັດ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃຫ້ເປັນປົກກະຕິດີ

5. ມອບໃຫ້ ກອງບັນຊາການ ປກສ ແຂວງ ສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເຝົ້າລະວັງຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕ້ານ ແລະ ເເກ້ໄຂທຸກປະກົດການຫຍໍ້ທໍ້ໃນສັງຄົມໃຫ້ທັນການ

6.​ ໃຫ້ຄະນະສະເພາະກິດສະກັດກັ້ນ ແລະ ປ້ອງກັນໂຄວິດ-19 ແຕ່ລະຂັ້ນ ສືບຕໍ່ປະຕິບັດໜ້າທີ່ຂອງຕົນດ້ວຍມາດຕະການຕ່າງໆ ເພື່ອແນໃສ່ຮັບປະກັນບໍ່ໃຫ້ມີການແຜ່ລະບາດພະຍາດໂຄວິດ-19 ໃນໄລຍະສະຫຼອງປີໃໝ່ນີ້ຢ່າງເດັດຂາດ;

7. ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ສົມທົບກັບພາກສ່ວນກ່ຽວຂ້ອງ ຄຸ້ມຄອງລາຄາສິນຄ້າໃຫ້ມີຄວາມໝັ້ນທ່ຽງ ແລະ ປົກກະຕິ, ເດັດຂາດບໍ່ໃຫ້ຜູ້ປະກອບການຕ່າງໆ ສວຍໃຊ້ຊ່ອງວ່າງ ເພື່ອຂຶ້ນລາຄາສິ້ນຄ້າທຸກປະເພດ;

8. ໃຫ້ເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທຸກຂັ້ນ ຈັດຕັ້ງຜັນຂະຫຍາຍແຈ້ງການສະບັບນີ້ ໃຫ້ສອດຄ່ອງກັບສະພາບຈຸດພິເສດ ຂອງແຕ່ລະບ່ອນ ທັງຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດຕົວຈິງ ແລະ ລາຍງານສະພາບການຕ່າງໆ ໃຫ້ຂັ້ນເທິງຖັດຕົນເປັນປົກກະຕິ;

9. ມອບໃຫ້ ພະແນກຖະເເຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພີ່ມທະວີການໂຄສະນາ ແລະ ເຜີຍແຜ່ເນື້ອໃນແຈ້ງການສະບັບນີ້ ໂດຍຕິດພັນກັບລະບຽບສະເພາະຂອງຕົນຜ່ານສື່ຕ່າງໆ ໃຫ້ພະນັກງານ, ທະຫານ-ຕໍາຫຼວດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ.

ຮຽບຮຽງຂ່າວ: ພຸດສະດີ