ຫຼວງພະບາງຈະປະກາດເປັນ “ນະຄອນຫຼວງພະບາງ” ໃນບຸນປີໃໝ່ລາວທີ່ຈະມາຮອດນີ້

ອຳນາດການປົກຄອງເມືອງຫຼວງພະບາງ ມໍລະດົກໂລກ UNESCO ກຳລັງກະກຽມເພື່ອປະກາດເປັນນະຄອນຫຼວງພະບາງ ໃນໄລຍະບຸນປີໃໝ່ລາວ 2018 ນີ້ ຕາມຂໍ້ມູນທີ່ປະກົດໃນຕາຕະລາງການສະເຫຼີມສະຫຼອງປີໃໝ່ລາວປີ 2018.

ໃນກຳນົດການສະເຫຼີມສະຫຼອງປີໃໝ່ລາວປີ 2018 ນີ້ ເມືອງຫຼວງພະບາງໄດ້ກຳນົດຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ເລີ່ມຕັ້ງແຕ່ວັນທີ 10 ເມສາ ຈົນຮອດ 20 ເມສາ ເຊິ່ງບັນດາກິດຈະກຳທີ່ສຳຄັນ ໃນນັ້ນປະກອບມີ ການເປີດປີທ່ອງທ່ຽວລາວ 2018 ແລະ ການປະກາດເປັນ ນະຄອນຫຼວງພະບາງ.

ທັງນີ້ ການປະກາດເປັນນະຄອນຫຼວງພະບາງນັ້ນ ຈະໄດ້ຈັດຂຶ້ນໃນວັນທີ 15 ເມສາ 2018 ທີ່ຫ້ອງວ່າການປົກຄອງເມືອງຫຼວງພະບາງ ເຊິ່ງຕັ້ງຢູ່ບ້ານຄອຍ ເລີ່ມຕັ້ງແຕ່ເວລາ 8:00 ໂມງເຊົ້າເປັນຕົ້ນໄປ.

ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2015 ໄດ້ລະບຸໄວ້ວ່າ ນະຄອນແມ່ນ ເມືອງ ຫຼື ເທດສະບານທີ່ມີພັດທະນາໃນລະດັບສູງ ເຊິ່ງມີເງື່ອນໄຂໃນການສ້າງຕັ້ງຄື: ຕ້ອງມີພົນລະເມືອງ 60,000 ຄົນຂຶ້ນໄປ ແລະ ໃນເຂດຕົວເມືອງ ຫຼື ຕົວເທດສະບານຕ້ອງມີພົນລະເມືອງບໍ່ຕໍ່າກວ່າ 25,000 ຄົນ, ມີຄວາມໜາແໜ້ນຂອງປະຊາກອນຢູ່ທີ່ 900 ຄົນຕໍ່ກິໂລຕາ ແມັດຂຶ້ນໄປ, ມີປະຊາກອນທີ່ປະກອບອາຊີບເປັນກະສິກອນໃນເຂດຕົວເມືອງບໍ່ເກີນ 25%, ມີພື້ນຖານໂຄງລ່າງທີ່ພັດທະນາໃນລະດັບສູງ, ເປັນບ້ານພັດທະນາທັງໝົດ ແລະ ກຸ້ມຕົນເອງດ້ານລາຍຈ່າຍບໍລິຫານປົກກະຕິ ແລະ ມີສ່ວນແຮເພື່ອການລົງທຶນ.

 

ແຫລ່ງຂ່າວ: Support Prime Minister Thongloun Sisoulith