ຫຼວງນໍ້າທາເລັ່ງຟື້ນຟູພື້ນຖານໂຄງລ່າງຫຼັງກະທົບຈາກນໍ້າຖ້ວມ

ແຂວງຫຼວງນໍ້າທາເລັ່ງຟືນຟູພື້ນຖານໂຄງລ່າງພາຍຫຼັງໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ໃນນັ້ນເມືອງລອງໄດ້ຮັບຄວາມເສຍຫາຍໜັກ ລວມມູນຄ່າເສຍຫາຍເບື້ອງຕົ້ນປະມານ 4.7 ຕື້ກວ່າກີບ ຫຼຶ ປະມານ 500.000 ໂດລາສະຫະລັດ, ຂະນະທີ່ປະຊາຊົນຫຼາຍບ້ານໃນເມືອງຫຼວງນໍ້າທາ ແລະ ເມືອງວຽງພູຄາກໍໄດ້ຮັບຜົນກະທົບເຊັ່ນກັນ.

ພາຍຫຼັງຝົນຕົກລິນຕິດຕໍ່ກັນເປັນເວລາຫຼາຍວັນ ແຕ່ວັນທີ 18 – 21 ກໍລະກົດ, ໄດ້ເຮັດໃຫ້ຫ້ວຍນໍ້າ ແລະ ແມ່ນໍ້າສາຍຕ່າງໆມີປະລີມານເພີ່ມຂຶ້ນຢ່າງກະທັນຫັນກ່ອນໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນແຂວງຫຼວງນໍ້າທາ. ໃນນັ້ນ, ພື້ນຖານໂຄ່ງລ່າງໃນເຂດເມືອງລອງໄດ້ຮັບຄວາມເສຍຫາຍຫຼາຍພໍສົມຄວນ ໂດຍສະເພາະກໍແມ່ນເສັ້ນທາງ, ຊົນລະປະທານ 70 ແຫ່ງ, ບ້ານເຮືອນປະຊາຊົນ ລວມທັງເນື້ອທີ່ທຳການຜະລີດ 40 ເຮັກຕາ ແລະ ອື່ນໆ ລວມມູນຄ່າເສຍຫາຍເບື້ອງຕົ້ນສະເພາະເມືອງລອງແມ່ນປະມານ 500.000 ໂດລາສະຫະລັດ. ສໍາລັບເນື້ອທີ່ທໍາການຜະລີດຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ມູນຄ່າຄວາມເສຍຫາຍຕົວຈິງນັ້ນ ແມ່ນຍັງບໍ່ສາມາດປະເມີນໄດ້.

ຢ່າງໃດກໍຕາມ, ປະຊາຊົນຫຼາຍໝູ່ບ້ານໃນເມືອງຫຼວງນໍ້າທາ ແລະ ວຽງພູຄາກໍໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ສຳລັບຜົນເສຍຫາຍຈາກໄພພິບັດນໍ້າຖ້ວມຄັ້ງນີ້ທາງທີມງານລາວໂພສຈະລາຍງານໃຫ້ທ່ານຮັບຊາບພາຍຫຼັງ.

ຂໍ້ມູນຈາກ: ຂ່າວສານແຂວງຫຼວງນໍ້າທາ