ຫົວໜ້າຕຳຫຼວດເສຍຊີວິດຍ້ອນ “ໄກ່ຕີ”

ເວັບໄຊ sanook ລາຍງານວ່າ ຮ້ອຍໂທ ຄຣິສຕຽນ ໂບລັອກ ຫົວໜ້າພະແນກຕຳຫຼວດເມືອງຊານໂອເຊ່ ໃນແຂວງຊາມາຣ໌ເໜືອ ເຂດພາກກາງຂອງຟິລິບປິນ ໄດ້ເສຍຊີວິດຍ້ອນໄກ່ຕີໂດຍໃນລະຫວ່າງທີ່ຕຳຫຼວດນາຍນີ້ພະຍາຍາມຈັບໄກ່ຕີໂຕໜຶ່ງເຂົາໄດ້ຖືກມີດທີ່ມັດຕິດກັບເດືອຍໄກ່ຕີຕັດເສັ້ນເລືອດໃຫຍ່ທີ່ຂາຂອງເຂົາ ເຮັດໃຫ້ເສຍເລືອດຫຼາຍ ແລະ ເສຍຊີວິດໃນເວລາຕໍ່ມາ.

ໃນພາລະກິດບຸກທຳລາຍສະໜາມໄກ່ຕີຄັ້ງນີ້ ສາມາດຈັບໄດ້ 3 ຄົນ ລວມເຖິງໄກ່ຕີຈຳນວນຫຼາຍທີ່ຖືກຍຶດໄວ້ເປັນຂອງກາງ.

ການຕີໄກ້ແມ່ນກິດຈະກຳຍາມຫວ່າງທີ່ໄດ້ຮັບຄວາມນິຍົມສູງ ແລະ ແຜ່ລາມຫຼາຍຂົງເຂດໃນຊົນນະບົດຂອງຟິລິບປິນ ແຕ່ຕ້ອງປິດຊົ່ວຄາວເພື່ອສະກັດກັ້ນການລະບາດຂອງໂຄວິດ-19.

ຮຽບຮຽງຂ່າວ: ພຸດສະດີ