ຫີນເຫີບຈັບຜູ້ສໍ້ໂກງຊັບ

0
3597

ໃນສັງ­ຄົມປະ­ຈຸບັນ ສະ­ພາບປາ­ກົດການຫຍໍ້­ທໍ້ຫຼາຍສິ່ງຫຼາຍຢ່າງຍັງສືບ­ຕໍ່ສ້າງຄວາມບໍ່ເປັນລະ­ບຽບຮຽບຮ້ອຍທາງດ້ານສັງ­ຄົມ ໃນນັ້ນ ການຕົວະຍົວະຫຼອກລວງ ຫຼື ສໍ້ໂກງເອົາຊັບສົມ­ບັດຂອງຄົນອື່ນມາເປັນຂອງຕົນເອງໂດຍບໍ່ຊອບທຳ ຊຶ່ງກາຍ­ເປັນບັນ­ຫາປາ­ກົດ­ການຫຍໍ້­ທໍ້ໜຶ່ງທີ່ພວກເຮົາໝົດທຸກຄົນຕ້ອງໄດ້ພ້ອມກັນແກ້ໄຂໂດຍດ່ວນ ຄືດັ່ງລາຍຄະ­ດີນີ້: ທ້າວ ສົດ ອາ­ຍຸ 28 ປີ ຊາວ­ນາ ຢູ່ບ້ານວຽງຄຳ ເມືອງຫີນເຫີບ ແຂວງວຽງຈັນ ຖືກເຈົ້າໜ້າ­ທີ່ກັກຕົວມາດຳ­ເນີນຄະ­ດີໃນຄັ້ງວັນທີ 26 ເມ­ສາ 2016 ຜ່ານມາໃນຂໍ້ກ່າວຫາສໍ້ໂກງຊັບຂອງພົນ­ລະ­ເມືອງ.

ຜ່ານການສືບ­ສວນ-ສອບສວນຂອງ ເຈົ້າໜ້າ­ທີ່ ປກສ ເມືອງຫີນເຫີບ ທ້າວ ສົດ ໃຫ້­ການໃນເບື້ອງຕົ້ນວ່າ: ໃນຄັ້ງວັນທີ 26 ເມ­ສາ 2016 ເວ­ລາ 7 ໂມງ ຕົນເອງໄດ້ໄປຢືມລົດ­ຈັກຮອນດ່າເວັບ 100 ສີ­ຟ້າ ນຳທ້າວ ຈັນ ບ້ານນາດີ ເມືອງເຟືອງ ແຂວງວຽງຈັນ ທີ່ມາຢາມເອື້ອຍຢູ່ບ້ານ ໂພນເງິນ ເມືອງໂພນໂຮງ ແຂວງວຽງຈັນວ່າຈະໄປເອົາເງິນຄ່າຈ້າງຂັບລົດສົ່ງ ເບຍ ຈຳ­ນວນ 3 ລ້ານກີບ ນຳບໍລິສັດ ຫຼັງຈາກນັ້ນ ທ້າວ ສົດ ກໍ່ຂີ່ລົດ­ຈັກຄັນດັ່ງກ່າວໄປບ້ານໂພນມ່ວງ ເມືອງຫີນເຫີບ ແລ້ວ ທ້າວ ສົດ ກໍ່ໄປແວ່ຫຼິ້ນໄພ້ຢູ່ເຮືອນດີ ເມື່ອເງິນຜູ້­ກ່ຽວໝົດແລ້ວ ກໍເອົາລົດຄັນທີ່ຢືມມານັ້ນໄປຂາຍໃຫ້ຕູ້ມີບ້ານໂພນມ່ວງ ໃນລາ­ຄາ 1,7 ລ້ານກີບ ໄດ້ເງິນແລ້ວກໍເອົາໄປຫຼີ້ນໄພ້ຕໍ່ໝົດເງິນ 1,2 ລ້ານກີບ ສ່ວນເງິນທີ່ຍັງເຫຼືອຜູ້­ກ່ຽວກໍເອົາໄປໃຊ້ຈ່າຍຫຼີ້ນກິນຟຸມເຟືອຍຈົນໝົດ ໃນທີ່ສຸດກໍຖືກເຈົ້າໜ້າ­ທີ່ຈັບຕົວໄດ້ໃນຕອນແລງຂອງວັນດຽວກັນ.

ຜູ້­ກ່ຽວໃຫ້ຮູ້ຕື່ມອີກວ່າໃນໄລ­ຍະຜ່ານມາແມ່ນໄດ້ລັກ ແລະ ສໍ້ໂກງລົດ­ຈັກ ມາແລ້ວ 8 ຄັນ ໂດຍໃຊ້ຮູບການໄປທຳ ຄວາມລຶ້ງເຄີຍເປັນຮັກເປັນແພງ ເມື່ອໄດ້ໂອ­ກາດກໍຢືມແລ້ວກໍເອົາລົດ­ຈັກໜີ ໄປເລີຍ ສ່ວນຫຼາຍແມ່ນຜູ້­ກ່ຽວໄດ້ຕົວະເອົາຢູ່ຂອບເຂດເມືອງຫີນເຫີບ 5 ຄັນ, ເມືອງໂພນໂຮງ 1 ຄັນ, ເມືອງຫາດຊາຍ ຟອງ 2 ຄັນ ແລະຢູ່ແຂວງຈຳ­ປາສັກ 1 ຄັນ ປະ­ຈຸບັນເຈົ້າໜ້າ­ທີ່ໄດ້ເກັບກູ້ເຄື່ອງຂອງກາງປະ­ເພດລົດ­ຈັກຄືນມາໄດ້ ທັງໝົດ 8 ຄັນ ແລະໄດ້ມອບຄືນໃຫ້ເຈົ້າຂອງເດີມເປັນທີ່ຮຽບຮ້ອຍແລ້ວ.

ທີ່ມາ: logo