ຫິມະຖະຫລົ່ມຢູ່ອັບການິສະຖານ ພຽງບ້ານດຽວພົບຜູ້ເສຍຊີວິດເຖິງ 50 ຄົນ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ກຸມພານີ້ວ່າ ເກີດເຫດຫິມະຖະຫລົ່ມໄຫລລົງມາຈາກພູສູງ ຕໍ່ເນື່ອງກັນຫລາຍຄັ້ງ ເປັນເວລາ 3 ວັນ ຢູ່ຫລາຍແຂວງຂອງປະເທດອັບການິສະຖານ ໃນໄລຍະທ້າຍອາທິດທີ່ຜ່ານມາ ທຳລາຍເຮືອນຊານຂອງປະຊາຊົນ ຈຳນວນຫລາຍສິບຫລັງ ແລະ ຖະໜົນຫົນທາງຖືກຕັດຂາດ, ໃນນັ້ນ ຢູ່ແຂວງນູຣິສະຖານ ຊຶ່ງຢູ່ບໍ່ໄກຈາກນະຄອນຫລວງກາບູນ ມີລາຍງານຕົວເລກຜູ້ເສຍຊີວິດ ພຽງໃນບ້ານດຽວເຖິງ 50 ຄົນ.

ທ່ານ ໂມຮຳໝັດ ໂອມາ ໂມຮຳມາດີ ໂຄສົກກະຊວງໄພພິບັດທາງທຳມະຊາດ ແຫ່ງ ອັບການິສະຖານ ໄດ້ອອກມາລະບຸວ່າ ຫິມະທີ່ໄຫລຖະຫລົ່ມລົງມາ ໄດ້ຝັງເຮືອນຊານປະຊາຊົນ ຈຳນວນ 2 ບ້ານ ໃນເຂດບາກມາຕັນ, ທັງນີ້ ພົບສົບແລ້ວ 50 ສົບ ຈາກບ້ານແຫ່ງໜຶື່ງ ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພ ກຳລັງພະຍາຍາມຫາທາງເຂົ້າໄປຍັງບ້ານອີກແຫ່ງໜຶ່ງ.