ຫາລືການຟື້ນຟູ ຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ 3 ເມືອງທີ່ແຂວງອຸດົມໄຊ

0
858

ໃນວັນທີ 22 ກັນຍາ 2022 ແຂວງອຸດົມໄຊ ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການຟື້ນຟູຜົນກະທົບ ຈາກໄພພິບັດນໍ້າຖ້ວມ 3 ເມືອງຄື: ເມືອງໄຊ, ເມືອງຫຼາ ແລະ ເມືອງນາໝໍ້ ໂດຍການເປັນປະທານຂອງທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຄະນະຮັບຜິດຊອບຟື້ນຟູຜົນກະທົບຈາກໄພພິບັດ ນ້ຳຖ້ວມ ແລະ ຂະແໜງການກ່ຽວຂ້ອງທີ່ໄດ້ຮັບຜົນກະທົບ ເຂົ້າຮ່ວມ, ເຊິ່ງກອງປະຊຸມໄດ້ເປັນເອກະພາບກັນຮັບຮອງເອົາ ງົບປະມານທີ່ຈະນຳໃຊ້ເຂົ້າໃນການຟື້ນຟູ ເພື່ອສະເໜີຕໍ່ການນຳ ແລະ ບັນດາຂະແໜງການກ່ຽວຂັ້ນຂັ້ນສູນກາງ ຊອກຫາແນວທາງໃນການແກ້ໄຂ ພ້ອມທັງ ມອບໃຫ້ທຸກພາກສ່ວນສືບຕໍ່ຈັດຕັ້ງປະຕິບັດໃນການແກ້ໄຂ ແລະ ຟື້ນຟູ ໃຫ້ສຳເລັດຕາມລະດັບຄາດໝາຍ.

ກອງປະຊຸມ ໄດ້ລາຍງານສະພາບລວມກ່ຽວກັບ ຄວາມເສຍຫາຍທີ່ເກີດຈາກໄພນ້ຳຖ້ວມໂດຍລວມ ທົ່ວແຂວງອຸດົມໄຊ ທີ່ສ້າງຜົນກະທົບ ແລະ ຄວາມເສຍຫາຍ 6 ເມືອງຄື: ເມືອງໄຊ, ເມືອງຫລາ, ນາໝໍ້, ເມືອງງາ, ເມືອງແບງ ແລະ ເມືອງຮຸນ, ໃນນີ້ ເສຍຫາຍໜັກໜ່ວງປະກອບມີ ເມືອງໄຊ, ເມືອງຫຼາ ແລະ ເມືອງນາໝໍ້ ເຊິ່ງປະເມີນມູນຄ່າ ຄວາມເສຍຫາຍທັງໝົດ ປະມານ 244 ຕື້ກວ່າກີບ.

ຈາກນັ້ນ, ຕາງໜ້າການນໍາເມືອງ ທີ່ໄດ້ຮັບຜົນກະທົບໜັກ ຈາກໄພພິບັດນໍ້າຖ້ວມ ໃນຄັ້ງນີ້ ໄດ້ລາຍງານສະພາບລວມກ່ຽວກັບ ການຊ່ວຍເຫຼືອ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ໃນເບື້ອງຕົ້ນ ແລະ ຄວາມຄືບໜ້າກໍຄື ທິດທາງແຜນການ ໃນການຟື້ນຟູ ຜົນກະທົບຈາກໄພນ້ຳຖ້ວມ ສະເພາະໜ້າ ແລະ ຍາວນານ, ລວມທັງບັນດາຂະແໜງການກ່ຽວຂ້ອງ ກໍໄດ້ລາຍງານກ່ຽວກັບການແກ້ໄຂ ວຽກງານຈຳເປັນບາງດ້ານ ເປັນຕົ້ນ ທີ່ຢູ່ອາໄສ, ລະບົບໄຟຟ້າ, ລະບົບການສື່ສານ, ເສັ້ນທາງ, ຊົນລະປະທານ ແລະ ອື່ນໆ.
ແຫຼ່ງຂ່າວຈາກ ປະເທດລາວ