ຫາດຊາຍຟອງຈະຈັດສັນຄືນຄວາມບໍ່ເປັນລະບຽບ 4 ເສັ້ນທາງ

0
849

ໃນວັນທີ 11 ກໍລະກົດ 2022 ຜ່ານມາ, ທີ່ສະໂມສອນປົກຄອງ ເມືອງຫາດຊາຍຟອງ ຈັດກອງປະຊຸມຫາລືການຈັດຕັ້ງ ປະຕິບັດເຄື່ອນໄຫວວຽກງານ ປະຈໍາ 6 ເດືອນ ຕົ້ນປີ ແລະ ວາງແຜນການທິດທາງ 6 ເດືອນທ້າຍປີ 2022, ໂດຍການຮ່ວມມືລະຫວ່າງຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມພາກສ່ວນທີ່ກ່ຽວຂ້ອງ ແລະ ຄະນະສະເພາະກິດ ວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ,ໂດຍການຮ່ວມຂອງ ທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ທ່ານ ນັນຕາ ສານຸວົງ ຮອງຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ແສງສຸລິດ ສະກຸນສຸກ ຫົວຫນ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ໄດ້ລາຍງານການຈັດ ຕັ້ງປະຕິບັດ ການເຄື່ອນໄຫວ ແລະ ການແກ້ໄຂສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນຕົວເມືອງຫາດຊາຍຟອງ ເພື່ອສ້າງຄວາມຈົບງາມໃຫ້ ກັບເສັ້ນທາງສາຍສໍາຄັນ ໃຫ້ເປັນລະບຽບດີ ແລະ ເຮັດໃຫ້ການສັນຈອນມີຄວາມຄ່ອງຕົວ ດັ່ງນັ້ນຄະນະດັ່ງກ່າວຈື່ງຈັດຕັ້ງສົມທົບກັນ ເພື່ອລົງເຄື່ອນໄຫວປະຕິບັດຕົວຈິງພ້ອມທັງກວດກາຄືນ ແລະ ເຮັດບົດບັນ ທຶກກັບຜູ້ທີ່ລະເມີດລະບຽບການ ແລະ ຖ້າຫາກວ່າມີ ສະພາບຍີ່ງໄປກວ່ານັ້ນ ກໍ່ຈະໃຊ້ມາດຕະການຢ່າງ ເຫມາະສົມ ແລະ ເດັດຂາດ ສໍາລັບການລົງຈັດຕັ້ງໃນຄັ້ງນີ້ແມ່ນເນັ້ນຫນັກໃນ 4 ເສັ້ນທາງສາຍຫຼັກຄື: ເສັ້ນທາງທ່າເດື່ອ ສາຍໃຕ້ ເສັ້ນທາງຕັດໃຫມ່ດົງຄໍາຊ້າງ ຫາ ເສັ້ນທາງ ບ້ານນາໃຫ ແລະ ເສັ້ນທາງກໍາແພງເມືອງ

ໄລຍະຜ່ານມາຄວາມບໍ່ເປັນລະບຽບຮຽບຮ້ອຍທີ່ເກີດຂື້ນຍັງມີໃຫ້ເຫັນຢູ່ເລື້ອຍເລາະລຽບຕາມແຄມທາງ ນອກຈາກ ຈະສ້າງພາບພົດ ຄວາມບໍ່ຈົບງາມໃຫ້ກັບເສັ້ນທາງແລ້ວ ຍັງສ້າງຄວາມສັບສົນໃຫ້ແກ່ຜູ້ສັນຈອນໄປມາອີກດ້ວຍ ໂດຍສະ ເພາະກໍ່ແມ່ນນັກທ່ອງທ່ຽວ ທີ່ ນໍາໃຊ້ເສັ້ນທາງດັ່ງກ່າວ ຂອງເທດສະບານເມືອງ ເພື່ອເຊື່ອມຕໍ່ໄປຍັງຈຸດ ສະຖານທີ່ ທ່ອງທ່ຽວອື່ນ ປັດຈຸບັນແມ່ນໄດ້ກາຍເປັນບັນຫາໃນ ການແກ້ໄຂວຽກງານຂອງຄະນະສະເພາະກິດເພື່ອຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ທີ່ເຫັນວ່າຍັງບໍ່ທັນໄດ້ສໍາເລັດ ເຖິງແມ່ນວ່າຈະໄດ້ລົງຈັດຕັ້ງປະ ຕິບັດຕາມທິດຊີ້ນໍາ ແລະ ຄໍາສັ່ງຂອງຂັ້ນເທີງມາແລ້ວຫຼາຍຄັ້ງກໍ່ຕາມ ແຕ່ສະພາບກໍ່ຍັງຄືເກົ່າ ບັນຫາ ແລະ ສາເຫດກໍ່ຍ້ອນ ການບໍ່ໃຫ້ຄວາມ ຮ່ວມມືຂອງພໍ່ແມ່ປະຊາຊົນ ແລະ ຜູ້ປະກອບການຊາວຄ້າຂາຍ ບາງລາຍບໍ່ໃຫ້ຄວາມເຄົາລົບ ຍັງມີຄວາມເຫັນແກ່ຕົວ ບໍ່ນັບຖືບໍ່ປະຕິບັດລະບຽບຕາມທີ່ກໍານົດອອກ ແລະ ທັງຫມົດນັ້ນກໍ່ແມ່ນສີ່ງທ້າທາຍ ທີ່ອາດຈະສົ່ງຜົນກະທົບຕໍ່ ການ ພັດທະນາບ້ານເມືອງໃນ ໄລຍະໃຫມ່ຢ່າງແນ່ນອນ.