ຫວຽດນາມ ພົບແຫລ່ງແກັສຂະໜາດໃຫຍ່ທີ່ສຸດ ເທົ່າທີ່ເຄີຍຄົ້ນພົບພາຍໃນປະເທດ!

557000012029801
ແທ່ນຂຸດເຈາະນ້ຳມັນແຫ່ງໜຶ່ງ ຂອງບໍລິສັດເປໂຕຣຫວຽດນາມ

 

ບໍລິສັດນ້ຳມັນ ແລະ ແກັສແຫ່ງຊາດຫວຽດນາມ ຫລື ເປໂຕຣຫວຽດນາມ ເປີດເຜີຍວ່າ ໄດ້ຄົ້ນພົບແຫລ່ງແກັສ

ນອກຊາຍຝັ່ງທາງພາກກາງຂອງປະເທດ ຫລາຍທີ່ສຸດເທົ່າທີ່ເຄີຍຄົ້ນພົບ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 9 ຕຸລານີ້ວ່າ ບໍລິສັດ ເປໂຕຣຫວຽດນາມ ໄດ້ຄົ້ນພົບແຫລ່ງແກັສທຳ

ມະຊາດ ນອກຊາຍຝັ່ງຫ່າງຈາກແຂວງກ່ວາງນາມ ແລະ ກ່ວາງຫງາຍ ປະມານ 80 ກິໂລແມັດ ເຊິ່ງຄາດວ່າເປັນ

ແຫ່ງແກັສທີ່ມີປະລິມານແກັສສຳຮອງຫລາຍທີ່ສຸດ ເທົ່າທີ່ເຄີຍໄດ້ຄົ້ນພົບໃນຫວຽດນາມ.

 

ດ້ານ ທ່ານ ຫງວຽນ ຊວນ ເຊິນ ປະທານປິໂຕຣຫວຽດນາມ ໄດ້ລະບຸວ່າ ທາງບໍລິສັດກຳລັງດຳເນີນຫລາຍກິດຈະກຳ

ເພື່ອວາງແຜນສຳລັບການຂຸດເຈາະ ເພື່ອນຳມາໃຊ້ເປັນພະລັງງານ ສຳລັບໂຮງງານຜະລິດພະລັງງານ ເຊິ່ງຫວັງວ່າ

ຈະສາມາດເລີ່ມສົ່ງແກັສທີ່ຄົ້ນພົບ ມາຍັງໂຮງງານຜະລິດໄດ້ ພາຍໃນປີ 2021.