ຫວຽດນາມພົບຜູ້ປ່ວຍໂຄວິດ-19ລາຍໃໝ່ ຫຼັງບໍ່ມີລາຍງານພົບຜູ້ຕິດເຊື້ອເກືອບ 100ວັນ

ເວັບໄຊຂ່າວ reuters ລາຍງານວ່າ ຕາມການເປີດເຜີຍຂອງສຳນັກຂ່າວຫວຽດນາມ (VNA) ລະບຸວ່າ ຫວຽດນາມກວດພົບຜູ້ປ່ວຍໂຄວິດ-19 ເພີ່ມອີກ 1 ກໍລະນີ ຫຼັງຈາກບໍ່ມີລາຍງານພົບຜູ້ຕິດເຊື້ອໃນປະເທດດົນເກືອບຄົບ 100ວັນ.

ມີລາຍງານເມື່ອວັນທີ 25 ກໍລະກົດ ທີ່ຜ່ານມາວ່າ ຜູ້ປ່ວຍລາຍຫຼ້າສຸດເປັນຊາຍໄວອາຍຸ 57ປີ ຈາກເມືອງ ດາໜັງ ເຊິ່ງຜູ້ກ່ຽວບໍ່ມີປປະຫວັດເດີນທາງອອກນອກເມືອງເປັນເວລາ 1 ເດືອນ ແລະ ໃຊ້ເວລາສ່ວນໃຫຍ່ກັບການລ້ຽງຫຼານຢຸ່ເຮືອນ ເຊິ່ງທີມແພດໄດ້ເດີນທາງຈາກນະຄອນຫຼວງໂຮຈີມິນເພື່ອນຳຕົວຜູ້ກ່ຽວໄປຮັກສາແລ້ວ. ສຳລັບ 50 ຄົນທີ່ໄດ້ສຳພັດກັບຜູ້ປ່ວຍແມ່ນຖືກນຳຕົວມາກັກຕົວເພື່ອເຝົ້າລະວັງອາການ.

ເຮັດໃຫ້ປັດຈຸບັນຫວຽດນາມມີຍອດສະສົມຜູ້ປ່ວຍໂຄວິດ-19 ໃນປະເທດທັງໝົດ 417ກໍລະກົດ ແລະ ບໍ່ມີລາຍງານຜູ້ເສຍຊີວິດ.

 

ຮຽບຮຽງຂ່າວ: ພຸດສະດີ