ຫວຽດນາມຈັດງານໃຫຍ່ ວິສາຂະບູຊາ ເຊີນຊາວພຸດຈາກທົ່ວໂລກເຂົ້າຮ່ວມ

557000005092801
ວັດບ່າຍດີງ (Bai Dinh) ນອກເມືອງນີງບິ່ງ (Ninh Binh) ທາງຕອນໃຕ້ຂອງກຸງຮາໂນຍ ເຊິ່ງຈະເປັນສະຖານທີ່ຈັດ ວັນວິສາຂະບູຊາໃນຫວຽດນາມປີນີ້ ບ່ອນນີ້ມີສູນປະຊຸມໃຫຍ່ບັນຈຸຄົນໄດ້ 3,500

ຫວຽດ​ນາມ​ປະ​ກາດ​ຈັດ​ ​ວັນວິ​ສາຂະ​ບູຊາ​ໃນ​ຕົ້ນ​ເດືອນ ພຶດສະພາ ຕາ​ມມະ​ຕິ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ເຊິ່ງ​ຄາດ​ວ່າ​ຈະ​ມີ​ຜູ້​ແທ​ນອົງ​ການ​ຂອງ​ຊາວ​ພຸ​ດ​ ກວ່າ 1.000 ຄົນ​ຈາກ​ທົ່ວ​ໂລກ​ເຂົ້າ​ຮ່ວມ​ບຳ​ເພັນ​ກຸ​ສົນ​ກັບ​ຊາວຫ​ວຽດ​ນາມ​​ເປັນ​ໝື່ນໆ ເລື່ອງ​ນີ້ມີ​ຂຶ​້ນ​ໃນ ວັນ​ອາທິດ​ທີ່​ຜ່ານມາ ຂະນະ​ທີ່​ອົງ​ການ​ພຸ​ດທະ​ສາສະ​ນິກ​ສຳພັນ​ແຫ່ງ​ຊາດ​ກຳ​ລັງ​ກຽມ​ຄວາມ​ພ້ອມ​ໃນ​ຂັ້ນ​ສຸດ​ທ້າຍ.
ວັນ​ວິ​ສາຂະ​ບູຊາ​ປີ​ນີ້​ຈະ​ຈັດ​ຂຶ້ນ​ທີ່​ວັດ​ໃຫຍ່​ແຫ່ງ​ໜຶ່ງ​ເທິງ​ໂນນພູ​ຊານ ເມືອງ​ໃນ ຈ. ນີງ​ບິ່ງ (Ninh Binh) ​ເຊິ່ງ​ຫ່າງ​ຈາກ​ກຸງ​ຮາ​​ໂນຍ ລົງ​ໄປ​ທາງ​ໃຕ້​ປະມານ 100 ກິ​ໂລ​ແມັດ​ສື່​ຂອງ​ທາງ​ການ​ລາຍ​ງານ​.
ວັນວິ​ສາ​ຂະ​ບູຊາ ມີ​ກຳນົດ​ຂຶ້ນ​ລະຫວ່າງ​ວັນທີ່ 7-11 ພຶ​ດສະພາ. ຕາ​ມມະ​ຕິ​ຂອງ​ສະ​ຫະ​ປະ​ຊາ​ຊາດ ​ເຊິ່ງ​ຈະ​ມີ​ການ​ຈັດ​ ​ແບບ​ດຽວ​ກັນ​ນີ້​ໃນ​​ຫຼາຍໆ​ປະເທດ​ທົ່ວ​ໂລກ ເພື່ອ​ໃຫ້​ ຊາວພຸ​ດທະ​ສາສະ​ນິກ​ະຊົນ​ໄດ້​ ລຳ​ເລິກ​ເຖິງ 3 ເຫດການ​ສຳຄັນ​ທາງ​ສາດສະໜາ​ທີ່ເກິດຂື້ນ​ໃນ​ ວັນ​ເພັນ​ເດືອນ 6 ຄື ການ​ປະສູດ ຕັດ​ຮູ້ ແລະ ​ປະ​ລິນິບ​ພານ​ຂອງ​ອົງ​ພະ​ສຳ​ມາ​ສຳ​ພຸ​ດທະ​ເຈົ້າ ອັນ​ເປັນ​ທີ່​ໜ້າ​ອັດສະຈັນ​ ເຖິງແມ່ນວ່າ​ທັງ 3 ເຫດການ​ມະຫາ​ມຸງ​ຄຸນ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ເວລາ​ຫ່າງ​ກັນ​ຫຼາຍ​ສິບ​ປີ​ກໍ​ຕາມ.
ຄາດ​ວ່າ​ຈະ​ມີ​ຜູ້​ແທ​ນຈາກອົງ​ການ​ຂອງ​ຊາວ​ພຸ​ດ​ປະມານ 1.500 ຄົນ ຈາກ 95 ປະເທດ ແລະ ​ດິນແດນ​ທົ່ວ​ໂລກ​ໄປ​ຮ່ວມ​ເຮັດ​ບຸນ​ໃນ​ ວັນ​ສຳຄັນ​ກັບ​ຊາວ​ພຸ​ດ​ໃນຫ​ວຽດ​ນາມ​ ນັບ​ເປັນໝື່ນໆ ຄົົນທີ່​ວັດ​ບ່າຍ​ດີງ (Bai Dinh) ຊານ​ເມືອງ​ນີງ​ບິ່ງ ສຳລັບ​ບຸກ​ຄົນ​ທົ່ວ​ໄປ​ສາມາດ​ເດີນທາງ​ໄປ​ຍັງ​ແຂວງ​ນີ້​ໂດຍ​ສະ​ດວກ ທັງ​ຈາກ​ກຸງ​ຮາ​​ໂນຍ ​ຫຼື ​ທີ່​ອື່ນ​ ​ໂດຍ​ທາງ​ອາ​ກາດ ແລະ ​ທາງ​ບົກ ລວມ​ທັງ​ລົດ​ໄຟ​ໂດຍ​ສານ​ກໍ​ໄດ້.
ວັດ​ແຫ່ງ​ນີ້​ມີ​ສູນ​ປະ​ຊຸມ​ທີ່​ສາມາດ​ບັນ​ຈຸ​ຜູ້​ຄົນ​ໄດ້​ປະມານ 3.500 ຄົນ ມີ​ສາ​ລາ​ຫຼັງ​ໃຫຍ່ນ້ອຍ​ອີກ​ຫຼາຍ​ຫຼັງ ມີສະໜາມ​ກວ້າງ​ສຳລັບ​ກາງ​ເຕັນ​ໃຫຍ່ ຄະນະ​ຜູ້​ຈັດ​ງານ​ໄດ້​ຈັດ​ກຽມ​ ຈໍ​ມໍ​ນິ​ເຕີ​ຂະໜາດ​ໃຫຍ່​ຕິດ​ຕັ້ງ​ຕາມ​ຈຸດ​ຕ່າງໆ ຈັດ​ອາ​ສາ​ສະໝັກ​ກວ່າ 2.000 ຄົນ ເພື່ອ​ຊ່ວຍ​ອຳ​ນວຍ​ຄວາມສະດວກ​ແກ່​ຜູ້​ໄປ​ຮ່ວມ​ເຮັດ​ບຸນ ຊະ​ເວີນ​ຫວຽດ​ອອນ​ໄລນ໌ ໜັງສື​ພິມ​ ອິ​​ເລັກ​ໂທຣນິກ​ພາສາ​ຫວຽດ​ນາມ​ລາຍ​ງານ.
ປີ​ນີ້​ເປັນ​ປີ​ທີ່ 11 ຂອງ​ການ​ຈັດ​ວັນ​ວິຊາຂະ​ບູຊາ​ໃນ​ຫວຽດ​ນາມ​ຕິດ​ຕໍ່​ກັນ ​ຕາ​ມມະ​ຕິ​ຂອງ​ຢູເອັນ ໂດຍ​ມີ​ເນື້ອ​ຫາ​ສຳຄັນ ປະກອບ​ດ້ວຍ ການ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວກັບ​ພຸ​ດທະ​ສາສະໜາ ການ​ບັນລະຍາຍ​ທຳມະ ພິທີ​ສົງ​ນ້ຳ​ພະ ກິດຈະກຳ​ສະແດງ​ດ້ານ​ວັດທະນະທຳ ແລະ​ ປະເພນີ ມີ​ກິດຈະກຳ​ການ​ອອກ​ລ້ານ ແລະ ​ເປັນ​ປີ​ອຳ​ອິດ​ທີ່​ຈະ​ມີ​ການ​ຈັດ​ສາຍ​ຮູບ​ເງົາ​ກ່ຽວກັບ​ ພຸດ​ທະ ສາສະໜາ ແລະ ​ບູຮານຄະດີ​ພຸ​ດທະ​ສາສະໜາ​ຈຳນວນ​ກວ່າ 100 ເລື່ອງ ທັງ​ຮູບ​ເງົາເລື່ອງ​ຍາວ ຮູບ​ເງົາ​ສານລະຄະດີ​ຍາວ ສາລະຄະດີ​ສັ້ນໆ ແລະ ​ຮູບ​ເງົາກາລ໌​ຕູນ​ ພຸ​ດ​ສາສະໜາ​ຈາກ​ທົ່ວ​ໂລກ.