ຫວຽດນາມກວດພົບໝາກສຸກລີງກໍລະນີທຳອິດໃນປະເທດ

0
826

ພາຍຫຼັງທີ່ຫວຽດນາມພົບຜູ້ຕິດເຊື້ອໝາກສຸກລີງກໍລະນີທຳອິດໃນໂຮ່ຈີມິນ ວັນທີ 3 ຕຸລາ 2022 ກະຊວງສາທາລະນະສຸກໄດ້ສົ່ງເອກະສານດ່ວນເຖິງຄະນະກຳມະການປະຊາຊົນບັນດາແຂວງຕ່າງໆໃນຫວຽດນາມ ເພື່ອສະເໜີໃຫ້ຊຸກຍູ້ເພີ່ມລະດັບການປ້ອງກັນ ແລະ ຄວບຄຸມການລະບາດນີ້.

ສຳນັກຂ່າວຫວຽດນາມ ໄດ້ລາຍງານວ່າ: ກະຊວງສາທາລະນະສຸກ ໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນຂອງແຕ່ລະແຂວງ ສັ່ງໃຫ້ສຳນັກງານ ແລະ ໜ່ວຍງານໃນທ້ອງຖິ່ນປະຕິບັດຕາມການຊີ້ນຳຂອງລັດຖະບານກ່ຽວກັບ ການຊຸກຍູ້ເພີ່ມລະດັບການປ້ອງກັນ ແລະ ຄວບຄຸມພະຍາດໝາກສຸກລີງ ແລະ ຄຳແນະນຳຂອງກະຊວງສາທາລະນະສຸກກ່ຽວກັບການເຝົ້າລະວັງ ການວິນິດໄສ ການຮັກສາ ແລະ ການປ້ອງກັນພະຍາດໝາກສຸກລີງ ແລະ ການປ້ອງກັນການຕິດເຊື້ອໃນໂຮງໝໍ ກຽມພ້ອມປ້ອງກັນ ແລະ ຄວບຄຸມການລະບາດໃນທ້ອງຖິ່ນ.

ຜູ້ປ່ວຍໝາກສຸກລີງກໍລະນີທຳອິດໃນຫວຽດນາມ ເປັນຜູ້ຍິງອາຍຸ 35 ປີ ຢູ່ອາໄສໃນນະຄອນໂຮ່ຈີມິນ ໂດຍເລີ່ມມີອາການຕັ້ງແຕ່ 18 ກັນຍາ, ໃນຂະນະທີ່ກຳລັງເດີນທາງໄປດູໄບຕັ້ງແຕ່ເດືອນກໍລະກົດ ແລະ ກັບຫວຽດນາມໃນວັນທີ 22 ກັນຍາ 2022 ຫຼັງຈາກກັບມາ ວັນທີ 23 ກັນຍາ ຜູ້ຕິດເຊື້ອກໍໄດ້ເຂົ້າໄປກວດທີ່ໂຮງໝໍ ແລະ ສົງໄສວ່າເປັນພະຍາດຕິດເຊື້ອ ຈຶ່ງສົ່ງຕໍ່ໃຫ້ໂຮງໝໍຜິວໜັງທີ່ໂຮ່ຈີມິນ ໂດຍແພດໝໍໄດ້ວິນິດໄສວ່າອາດຕິດເຊື້ອໝາກສຸກລີງ ຈຶ່ງໄດ້ແຍກໂຕແລ້ວພ້ອມທີ່ຈະກວດ PCR ຕື່ມ.