ຫວນຄືນມູນເຊື້ອສອງແຂວງເຕົ້າໂຮມ ຊຳເໜືອ-ຜົ້ງສາລີ ຄົບຮອບ 60 ປີ

48ba14ab867e8d8ac8bc7afea07f3118

 

ໃນ​ວັນ​ທີ 14 ພະ­ຈິກ 2014 ທີ່​ສູນ​ຮ່ວມ​ມື​ສາ­ກົນ ແລະ ການ​ຝຶກ​ອົບຮົມ​ລາວ-ຍີ່­ປຸ່ນ (ICTC) ຫຼັກ 5 ນະຄອນ​ຫຼວງ​ວຽງ​ຈັນ

ໄດ້​ຈັດ​ກອງ​ປະ­ຊຸມ ສຳ​ມະ​ນາ​ວິ­ທະ­ຍາ­ສາດ​ການ​ເຕົ້າ­ໂຮມສອງ​ແຂວງ​ຜົ້ງ​ສາ­ລີ-ຊຳ​ເໜືອ (ຫົວ­ພັນ) ຄົບ­ຮອບ 60 ປີ (21/11/

1954-21/11/2014) ຂຶ້ນ ທັງ​ນີ້ ກໍ​ເພື່ອ​ເປັນ ການ​ຫວນ​ຄືນ​ມູນ­ເຊື້ອ​ສາ­ມັກ­ຄີ​ສູ້​ຮົບ ມີ​ໄຊ​ອັນ​ພິ­ລະ​ອາດ​ຫານ​ຂອງ​ກອງ­ທັບ

ປະ­ຊາ­ຊົນ​ລາວ​ຂອງ​ສອງ​ແຂວງ​ໃນເມື່ອ​ກ່ອນ.

 

ກອງ​ປະ­ຊຸມ​ດັ່ງ­ກ່າວ​ ຈັດ​ຂຶ້ນ​ພາຍ​ໃຕ້ການ​ເປັນ​ປະ­ທານ​ຂອງ ທ່ານ ບຸນ​ຍັງ ວໍ­ລະ​ຈິດ ກຳ­ມະ­ການ​ກົມ​ການ­ເມືອງ​ສູນກາງ​ພັກ,

ຜູ້​ປະ­ຈຳ­ການ​ຄະ­ນະ​ເລ­ຂາ​ທິການ​ສູນ​ກາງ​ພັກ, ຮອງ​ປະ­ທານ​ປະ­ເທດ, ມີ​ບັນ­ດາ​ຄະ­ນະ​ນຳ​ພັກ-ລັດ, ອະ­ດີດ​ການນຳ​ພັກ-ລັດ​ຜູ້​

ອາ­ວຸ­ໂສ, ຄະ­ນະ​ນຳ​ກະຊວງ, ແຂວງ, ພ້ອມ​ດ້ວຍ​ພະ­ນັກ­ງານອາ­ວຸ­ໂສ​ປະ­ຕິ­ວັດ ແລະ ບັນ­ດາ​ວິ­ທະ­ຍາກອນ​ເຂົ້າ​ຮ່ວມ​ຮັບ​ຟັງ.

 

ໂອ­ກາດ​ນີ້ ທ່ານ ພົນ​ໂທ ຈັນ​ສະ​ໜອນ ຈັນ​ຍາ​ລາດ ກຳ­ມະ­ການ​ສູນ​ກາງ​ພັກ, ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ປ້ອງກັນ​ປະ­

ເທດ​ກ່າວ​ວ່າ: ການ​ຈັດ​ກອງ​ປະ ຊຸມ​ສຳ​ມະ​ນາ​ເທື່ອ​ນີ້​ແມ່ນ​ເພື່ອ​ເປັນ​ການຫວນ​ຄືນ​ມູນ­ເຊື້ອ​ສາ­ມັກ­ຄີ​ ສູ້​ຮົບ​ມີ​ໄຊ, ການ​ດຳ­

ເນີນ​ສົງ­ຄາມ​ຕໍ່­ສູ້​ກູ້​ຊາດ​ເພື່ອ​ເປີດກວ້າງ​ຖານ​ທີ່​ໝັ້ນ ແລະ ຂະ­ຫຍາຍ​ກຳລັງ​ຂອງ​ການ​ປະ­ຕິ­ວັດ​ລາວ, ທັງ​ເພື່ອ​ດຳເນີນ​ການ​

ປະ­ຕິ­ວັດ​ປົດ​ປ່ອຍ​ຊາດ​ຈາກ​ຈັກກະ​ພັດ​ລ່າ​ເມືອງ​ຂຶ້ນ ​ຝຣັ່ງ​ຜູ້​ຮຸກ​ຮານ, ຫວນ​ຄືນ​ນ້ຳ­ໃຈ​ຕໍ່­ສູ້​ພິ­ລະ​ອາດ​ຫານ​ຂອງກອງ­ທັບ

ແລະປະ­ຊາ­ຊົນ​ລາວ​ກໍ​ຄື​ປະຊາ​ຊົນ​ຂອງ​ສອງ​ແຂວງ​ຊຳ​ເໜືອ-ຜົ້ງສາ­ລີ​ຄົບ­ຮອບ 60 ປີ ຄື​ແຕ່ 21/11/ 1954-21/11/2014 ພິ­

ເສດ​ແມ່ນ​ການຮ່ວມ​ສຳ­ພັນ​ສູ້​ຮົບ​ລາວ-ຫວຽດ­ນາມ ຢູ່​ສະ­ໜາມ­ຮົບ​ທີ່​ສຸດ​ແສນ​ຫຍຸ້ງ­ຍາກ​ລຳບາກ ໂດຍ​ພາຍ​ໃຕ້​ການ​ນຳ­ພາ​

ຂອງ​ພັກຄອມ​ມູ​ນິດ​ອິນ­ດູ­ຈີນ.

 

ກອງ​ປະ­ຊຸມ​ສຳ​ມະ​ນາ​ວິ­ທະ­ຍາ­ສາດ 60 ປີ ແຫ່ງ​ການເຕົ້າ­ໂຮມ​ສອງ​ແຂວງ​ຊຳ​ເໜືອ-ຜົ້ງ​ສາລີ ແລະ ບັ້ນ​ຮົບ​ປົດ​ປ່ອຍ​ຜົ້ງ​ສາ­ລີ​

ໃນ ຄັ້ງ​ນີ້ ຍັງ​ເປັນ​ການ​ປະ­ກອບ­ສ່ວນ​ປຸກ ລະ­ດົມ​ຈິດ­ໃຈ​ຮັກ​ຊາດ, ຄຽດ​ແຄ້ນ​ຕໍ່​ໂທດກຳ​ຂອງ​ຈັກ­ກະ­ພັດ​ຜູ້​ຮຸກ​ຮານ ແລະ ລູກ

ແຫຼ່ງ​ຕີນ​ມື​ທີ່​ຂາຍ​ຊາດ, ປຸກ­ລະ­ດົມ​ຈິດໃຈ​ຮັກ​ຊາດ​ອັນ​ສູງ​ສົ່ງ​ເຂົ້າ​ໃນ​ການ​ສຶກສາ​ອົບ­ຮົມ​ໃຫ້​ແກ່ ​ພະ­ນັກ­ງານ, ທະ­ຫານ, ຕຳ­

ຫຼວດແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າຊາວ​ແຂວງ​ຜົ້ງ​ສາ­ລີ-ຊຳ​ເໜືອ ກໍ​ຄື​ປະຊາ​ຊົນ​ບັນ­ດາ­ເຜົ່າ​ໃນ​ທົ່ວ​ປະ­ເທດ​ເຫັນໄດ້­ຜົນ​ງານ​ໄຊ­

ຊະ­ນະ​ອັນ​ ໃຫຍ່​ຫຼວງ​ແຫ່ງການ​ຕໍ່­ສູ້​ຢ່າງ​ພິ­ລະ​ອາດ​ຫານ​ຂອງ​ກຳລັງ​ຮ່ວມ​ສຳ­ພັນ​ສູ້​ ຮົບ​ລາວ-ຫວຽດ­ນາມ ແລະ ປະ­ຊາ­ຊົນ​ສອງ​

ຊາດ​ລາວ-ຫວຽດນາມ​ອ້າຍ​ນ້ອງ.

 

ໃນ​ວາ­ລະ​ກອງ​ປະ­ຊຸມ​ບັນ­ດາ​ສະຫາຍ​ຜູ້​ແທນ​ໄດ້​ສຸມ​ສະ­ຕິ​ປັນ­ຍາ ແລະ ມີຄວາມ​ຮັບ­ຜິດ­ຊອບ​ສູງ, ໄດ້​ພ້ອມ​ກັນ​ສະເໜີ​ບັນ­ດາ​

ບົດ​ວິ­ທະ­ຍາ­ສາດ​ຕໍ່​ກອງ​ປະ­ຊຸມ ຊຶ່ງ​ລ້ວນ​ແຕ່​ສ່ອງ​ແສງ​ເຖິງ​ມູນ­ເຊື້ອ ແລະ ຜົນ­ງານ​ແຫ່ງ​ການ​ຕໍ່­ສູ້​ຢ່າງ​ພິ­ລະ​ອາດຫານ​ຂອງ​

ກອງ­ທັບ ແລະ ປະ­ຊາ­ຊົນ​ບັນດາ​ເຜົ່າ​ຊາວ​ແຂວງ​ຜົ້ງ​ສາ­ລີ-ຊຳ​ເໜືອພາຍ​ໃຕ້​ການ​ນຳ­ພາ​ຂອງ​ ພັກ​ປະ­ຊາ­ຊົນລາວ (ພັກ​ປະ­ຊາ­

ຊົນ​ປະ­ຕິ­ວັດ​ລາວ​ປະຈຸ​ບັນ).

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ