ສ. ເກົາຫຼີ ນຳສະເໜີຜະລິດຕະພັນເຕັກໂນໂລຊີທີ່ນະຄອນຫຼວງ

​ວັນທີ 16 ພຶດສະພາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍອົງ​ການ KOTRA ວຽງ​ຈັນ ໄດ້​ຈັດ​ງານ KOREA-LAOS TECHNOLOGY ROAD SHOW ໂດຍ​ມີ 8 ບໍ​ລິ​ສັດ​ທີ່​ມີ​ຊື່​ດັງຈາກ ສ. ເກົາ​ຫຼີ ມີບັນ​ດາ​ນັກ​ທຸ​ລະ​ກິດ​ເອ​ກະ​ຊົນຂອງ​ລາວທີ່​ສະ​ໜອງ​ໂຄງ​ການ​ກໍ່​ສ້າງ ແລະ ອຸ​ປະ​ກອນ​ເຕັກ​ໂນ​ໂລຊີທີ່​ທັນ​ສະ​ໄໝ ແລະ ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມຢ່າງ​ຫຼວງ​ຫຼາຍ.

ທ່ານ SengWoo Yoon ປະ​ທານ Asphalt Research & Consulting co.,Ltd. ​ໄດ້​ກ່າວ​ວ່າ ການ​ເຂົ້າ​ງານ​ຄັ້ງ​ນີ້​ແມ່ນ​ເພື່ອ​ນຳ​ສະ​ເໜີ​ ແລະ ແນະ​ນຳຜະ​ລິດ​ຕະ​ພັນ​ຂ​ອງ​ພວກ​ເຮົາ​ໃຫ້​ບັນ​ດາ​ຜູ້​ປະ​ກອບ​ການ​ພາຍ​ໃນ ສ​ປ​ປ ລາວ ໄດ້ຮູ້ຈັກ ​ທັງ​ເປັນ​ການ​ຂະ​ຫຍາຍ​ທຸ​ລະ​ກິດ​ຂອງ​ຕົນ​ເອງ​ເຂົ້າ​ສູ່​ຕະ​ຫຼາດ​ອາຊຽນ​ນັບ​ມື້​ເພີ່ມຫຼາຍ​ຂຶ້ນ ນອກ​ນັ້ນ ຍັງ​ເປັນ​ກາ​ນ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ສ​ປ​ປ ລາວ ແລະ ສ​. ເກົາ​ຫຼີ.

ງານ​ນຳ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ຄັ້ງ​ນີ້​ ໂດຍໄດ້​ຮັບ​ຟັງ​ການ​ແນ​ະນຳ​ຈາກ​ຜູ້​ຊ່ຽວ​ຊານ​​ຂອງ 8 ບໍ​ລິ​ສັດ​ທີ່​ມີ​​ຊື່​ສຽງ   ​ຈ​າກ ສ.ເກົາ​ຫຼີ ທີ່​ຈຳ​ໜ່າຍ​ຜະລິດຕະພັນເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ເຊັ່ນ ເຮືອນ​ເຄື່ອນ​ທີ່​ສຳ​ເລັດ​ຮູບ ຝາ ເພ​ດານກັນ​ສຽງ ກັນຄວາມ​ຮ້ອນ ລ​ະ​ບົບ​ກັນ​ເຈື່ອນ​ແບ​ບ​ທັນ​ສະ​ໄໝ​ SMART CITY ໂດຍ​ນຳ​ໃຊ້​ລະ​ບົບ ITS ແລະ ລະ​ບົບ 3 D ລະ​ບົບ ແລະ ອຸ​ປະ​ກອນ​ການ​ເຕືອນ​ໄພ​ພິ​ບັດ​​ທັນ​ສ​ະ​ໄໝ ອຸ​ປະ​ກອນ ແລະ ເຕັກ​ໂນ​ໂລ​ຊີເພື່ອ​ກໍ່​ສ້າງ ແລະ ປັບ​ປຸງ​ຖະ​ໜົນ​ຫົນ​ທາງ ປ່ອງ​ຢ້ຽມ​ທີ່​ໄດ້​ນຳ​ເຕັກ​ໂນ​ໂລ​ຊີ​ໃໝ່ ຊຶ່ງສາ​ມາດ​ເກັບ​ຄວາມ​ຮ້ອນ​ ກັນ​ສຽງ ແລະ ກັນ​ຝົນ ຊຶ່ງສະ​ດວກ​ສະ​ບາຍ​ສຳລັບການ​ອະ​ນາ​ໄມ​ ​ຊຶ່ງເປັນວັດ​ສ​ະ​ດຸ ECO FRIENDY ​ທີ່​ໃຊ້​ສຳ​ລັ​ບ​ຈອດ​ເຄື່ອນ ຫຼື ພື້ນ​ແຕກ ແລະ ອື່ນໆ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ