ສ້າງອາຄານຫ້ອງທົດລອງທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາຂອງລາວ ໃຫ້ທຽບເທົ່າສາກົນ

0
1776

ອີງຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ, ໃນວັນທີ 10 ມິຖຸນາ 2021 ທີ່ຜ່າມາ, ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ແລະ ບໍລິສັດ ກູນຕີວາ ຈໍາກັດ ຮ່ວມມືກັນສ້າງອາຄານຫ້ອງທົດລອງຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາຂອງລາວ ໃຫ້ສາມາດທຽບເທົ່າກັບຫ້ອງວິໄຈບັນດາປະເທດເພື່ອບ້ານ ແລະ ສາກົນ.

ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ແລະ ບໍລິສັດ ກູນຕີວາ ຈໍາກັດ ລົງນາມເຊັນບົດທຶກຄວາມເຂົ້າໃຈ ຮ່ວມກັນສ້າງອາຄານຫ້ອງທົດລອງ ຄົ້ນຄວ້າ ວິໄຈ ກ່ຽວກັບພືດເປັນຢາ ແລະ ພືດທີ່ເປັນເສດຖະກິດ, ເພື່ອໃຫ້ເປັນຫ້ອງທົດລອງທີ່ໄດ້ມາດຕະຖານ ສາມາດຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພດ້ານພືດເປັນຢາ ແລະ ພືດເສດຖະກິດ ຕາມມາດຕະຖານຂອງພາກພື້ນ-ສາກົນ ແລະ ສາມາດກໍານົດເປັນມາດຕະຖານຂອງລາວ.

ພິທີການລົງນາມ ເຊັນບົດບັນທຶກຄວາມເຂົ້າໃຈ ມີ ທ່ານ ປອ.ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ທ່ານ ພອນສະຫວັນ ຟາມ ປະທານບໍລິສັດ ກູນຕິວາ ຈໍາກັດ, ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານ ກິດຕິມະສັກ ມີ ທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສົມພັນ ແພງຄໍາມີ ອະດີດຮອງປະທານສະພາແຫ່ງຊາດ, ທ່ານ ຮສ.ດຣ ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາທ່ານຈາກສາຍແຜນງານປົກປ້ອງຜູ້ບໍລິໂພກຢາ ແລະ ຜະລິດຕະພັນການແພດ, ພະນັກງານນໍາພາຂອງສະຖາບັນ ແລະ ພາກສ່ວນຄູ່ສັນຍາເຂົ້າຮ່ວມ.